ອາສາ​ສະໝັກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຮັບ​ການ​ອົບຮົມ​ດ້ານ​ການ​ປ້ອງ​ກັນ​ພະຍາດ​ເອ​ດ​

(GMT+08:00) 2008-06-16 18:49:06 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ​ສານ​ຊິນ​ຮວາ: ຫວ່າງ​ມໍ່ໆນີ້, ​ອາ​ສາ​ສະ​ໝັກ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ເກືອບ 5500 ຄົນ​ໄດ້ຣັບການ​ອົບຮົມ​ປ້ອງ​ກັນ​ພະຍາດ​ເອດ​ແລະ​ຕ້ານ​ການ​ລັງ​ກຽດ​ຜູ້​ເປັນ​ເອດ.

ການ​ອົບ​ຮົມ​ເທື່ອ​ນີ້​ແມ່ນ​ຮ່ວມ​ກັນ​ຈັດ​ຂຶ້ນ​ໂດຍ​ສຳນັກງານ​ສະຫະ​ປະຊາ​ຊາດປະຈຳ​ຈີນ ສະພາກາ​ແດງ​ຈີນ​ແລະ​ຜູ້​ເປັນ​ພະຍາດ​ເອດ​ສ່ວນ​ໜຶ່ງ.

ຕາມ​ຂ່າວ​ແຈ້ງວ່າ, ປຶ້ມ​ນ້ອຍ​ກ່ຽວ​ກັບ​ຂໍ້​ມູນ​ພື້ນ​ຖານ​ຂອງ​ພະຍາດ​ເອດ​ຈະ​ແຈກ​ຢາຍ​ໃຫ້​ອາສາ​ສະໝັກ 1 ​ແສນ​ຄົນ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງຂອງ​ສຳ​ນັກ​ງານ​ປະຈຳ​ຈີນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຕ້ານ​ເອດ​ກ່າວ​ວ່າ, ການ​ທີ່​ເຮັດ​ໃຫ້​ຊາວ​ໜຸ່ມ​ຈີນ​ຈຳນວນ​ໜຶ່ງ​ທີ່​ມີ​ຄວາມ​ສາມາດ​ເຂົ້າ​ຮ່ວມ​ວຽກ​ງານ​ດັ່ງ​ກ່າວ​, ກາຍ​ເປັນ​ຜູ້ຕາງໜ້າ​ທີ່​ເຜີຍ​ແຜ່​ຄວາມ​ຮູ້ອັນ​ຖືກຕ້ອງ​ແລະ​ຕັ້ງໜ້າກ່ຽວ​ກັບ​ພະຍາດ​ເອດນັ້ນ, ມີ​ຜົນ​ດີ​ຕໍ່​ການ​ກຳຈັດ​ຄວາມ​​ເຂົ້າ​ໃຈ​ທີ່​ບໍ່​ຖືກຕ້ອງ​ກ່ຽວ​ກັບ​ພະຍາດ​ເອດ, ກຳຈັດ​ການລັງ​ກຽດ​ຜູ້​ເປັນ​ພະ​ຍາດ​ເອດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>