ຈີນ​ຈະ​ອອກ​ແຮງ​ສຸດ​ຂີດ​ເຮັດ​ວຽກ​ຮັບປະກັນ​ສຸຂະພາບໃນ​ງານ​ກິລາ​ໂອ​ລິມປິກ

(GMT+08:00) 2008-06-17 17:42:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ:ວັນ​ທີ 17 ມິຖຸນາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ເຊີນ​ຈູ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຈີນກ່າວ​ວ່າ,ຈະ​ອອກ​ແຮງ​ສຸດ​ຂີດ​ເຮັດ​ວຽກ​ຮັບປະກັນ​ສຸຂະພາບໃນ​ງານ​ກິລາ​ໂອ​ລິມປິກ.

ທ່ານ​ກ່າວ​ວ່າ,ພາກ​ສ່ວນ​ສາທາລະນະ​ສຸກ​ຈະ​ປະຕິບັດ​ລະບຽບ​ການເວນຍາມ​ຕະຫຼອດ 24 ຊົ່ວ​ໂມງ;​ເຮັດ​ວຽກຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ແລະ​ນ້ຳ​ດື່ມ,ຫ້າມ​ສູບຢາ​ຢູ່​ສະຖານ​ທີ່​ສາທາ​ລະນະ​ ການ​ຄຸ້ມ​ຄອງ​ເຄື່ອງ​ອັນຕະລາຍ​​ແລະ​ອື່ນໆ​ໃຫ້​ດີ,ລວມທັງ​ການ​ກວດກາ​ສຸຂະພາບ​ແລະ​ປິ່ນປົວ​ໃຫ້​ບຸກຄົນ​ການ​ເມືອງ​ທີ່​ສຳຄັນ​ແລະ​ແຂກຜູ້ມີ​ກຽດ​ທີ່​ມາ​ຈີນ,ການ​ບໍລິການ​ດ້ານ​ການ​ປິ່ນປົວສຳລັບ​ນັກ​ກິລາ ຄູ​ຝຶກ ກຳມະ​ການ​ແລະ​ເຈົ້າ​ໜ້າ​ທີ່​ພ້ອມ​ດ້ວຍວຽກ​ງານ​ປິ່ນປົວສຸກ​ເສີນ.ທ່ານ​ເຊີນ​ຈູ​ກ່າວ​ວ່າ,​ໃນ​ດ້ານ​ການ​ຮັບປະ​ກັນ​ຄວາມ​ປອດ​ໄພ​ຂອງ​ຢາ​ປິ່ນ​ປົວ,ບໍ່​ພຽງ​ແຕ່​ຕ້ອງ​ຮັບປະກັນ​ຄວາມ​ປອດ​​ໄພ​ດ້ານ​ການ​ໃຊ້​ຢາ​ຂອງ​ນັກ​ກິລາ ຄູ​ຝຶກ ກຳມະ​ການ​ແລະ​ເຈົ້າ​ໜ້າ​ທີ່​ທີ່​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິມປິກທໍ່​ນັ້ນ,ຍັງ​ຕ້ອງ​ຮັບປະກັນ​ບໍ່​ໃຫ້​ນັກ​ກິລາ​ຫຼົງ​ກິນ​ຢາ​ທີ່​ມີ​ສານ​ກະ​ຕຸ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>