ການປິ່ນປົວສຸກເສີນຢູ່ເຂດປະສົບໄພແຜ່ນດິນໄຫວແຂວງເສສວນສຳເລັດໂດຍພື້ນຖານ
(GMT+08:00) 2008-06-17 18:32:19 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຈີນ: ວັນທີ17ມິຖຸນານີ້ ທ່ານເສີນຈູ ລັດຖະມົນຕີກະຊວງສາທາລະນະສຸກຈີນກ່າວວ່າ,ປະຊາຊົນຜູ່ໄດ້ຮັບບາດເຈັບໃນແຜ່ນດິນໄຫວແຂວງເສສວນໄດ້ຮັບການປິ່ນປົວດີຢູ່ໂຮງໝໍ,ການປິ່ນປົວສຸກເສີນຂະໜນາດໃຫຍ່ຢູ່ເຂດແຜ່ນດິນໄຫວສຳເລັດໂດຍພື້ນຖານ.
ນັບມາຮອດວັນທີ16ມິຖຸນານີ້,ແພດປິ່ນປົວແລະປ້ອງກັນພະຍາດຢູ່ເຂດແຜ່ນດິນໄຫວມີ1ແສນກວ່າເທື່ອຄົນ,ໄດ້ກອບກູ້ແລະປິ່ນປົວຜູ່ໄດ້ບາດເຈັບ1ລ້ານ6ແສນ4ໝື່ນກວ່າເທື່ອຄົນ,ໃນນັ້ນມີຜູ່ນອນໂຮງໝໍ9ໝື່ນ5ພັນກວ່າຄົນ.ຜູ້ໄດ້ຮັບການປິ່ນປົວອອກໂຮງໝໍແລ້ວມີເກືອບ8ໝື່ນຄົນ,ຜູ່ບາດເຈັບທີ່ນອນຢູ່ໂຮງໝໍດຽວນີ້,ສ່ວນຫຼາຍທີ່ສຸດມີອາການດີ,ມີຫຼາຍຄົນສາມາດອອກໂຮງໝໍໄດ້ແລ້ວ.
ທ່ານເສີນຈູຍັງກ່າວວ່າ,ປະຈຸບັນ ຢູ່ເຂດປະສົບໄພບໍ່ມີພະຍາດຮ້າຍແຮງແຜ່ລະບາດແລະບໍ່ມີບັນຫາສາທາລະນະສຸກກະທັນຫັນ.ວຽກງານປ້ອງກັນພະຍາດພວມດຳເນີນໄປຢ່າງເປັນລະບົບແລະມີປະສິດທິພາບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ