ງານ​ກິລາ​ໂອ​ລິ​ມປິກ​ສີ​ຂຽວ​ຊຸກ​ຍູ້​ການ​ກໍ່​ສ້າງ​ຊີ​ວະ​ພາບ​ຈີນ

(GMT+08:00) 2008-06-17 20:18:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ17ມິຖຸນາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ສ້າວ​ຊິ່ງຢາ​ວ ​ໂຄສົກ​ກົມ​ປ່າ​​ໄມ້​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ພາຍ​ໃຕ້​ການ​ຊຸກຍູ້​ຈາກ​ທັດສະນະຄະຕິ"ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ",ມາດຕະຖານ​ປູກ​ຕົ້ນ​ໄມ້ຕົ້ນຫຍ້າເພື່ອ​ງານ​ກິລາ​ໂອ​ລິ​ມປິກ​ຕາມ​ຄຳ​ໝັ້ນສັນຍາ​ຂອງນະຄອນຫຼວງ​ປັກ​ກິ່ງ​ໄດ້​ບັນລຸ​ຜົນ​ເປັນ​ຈິງ​ໝົດ,ທັງ​ໄດ້​ຊຸກຍູ້​ການ​ກໍ່ສ້າງ​ຊີວະ​ພາບ​ທົ່ວ​ປະ​ເທດ​ຢ່າງ​ຫຼວງ​ຫຼາຍ.

ນັບ​ມາ​ຮອດ​ທ້າຍ​ປີ2007,ອັດຕາການ​ປູກ​ຕົ້ນ​ໄມ້​ຂອງທົ່ວ​ນະຄອນ​ປັກ​ກິ່ງ​​ໄດ້ບັນລຸ51,6%,ອັດຕາການ​ປູກຕົ້ນ​ໄມ້ຕົ້ນຫຍ້າ​ໃຫ້​ຂຽວງາມ​ໃນ​ໃຈກາງ​ເມືອງ​ບັນ​ລຸ​ເຖິງ43%.

ປະຈຸ​ບັນ,​ແຕ່ລະ​ປີ​ ຈີນ​ກໍ່​ຈະປູກ​ຕົ້ນ​ໄມ້​ຫຼາຍ​ກວ່າ2ຕື້​ຕົ້ນ,ສຳ​ເລັດ​ປ່າ​ປູກຫຼາຍ​ກວ່າ5ລ້ານ​ເຮັກຕາ.​​​ໃຕ້ສະພາບ​ທີ່ຊັບພະຍາກອນ​ປ່າ​ໄມ້​​ໃນ​ໂລກ​ຫຼຸດ​ລົງ,ຊັບພະຍາກອນ​ປ່າ​ໄມ້​ຂອງ​ຈີນ​ພັດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ,​ແລະ​ກາຍ​ເປັນ​ປະ​ເທດ​ທີ່​ເພີ່ມ​ຂຶ້ນ​ໄວ​ກວ່າ​ໝູ່​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>