ອິສ​ຣາ​ແອນ​ເຫັນ​ດີ​ເຊັນ​ສັນ​ຍາ​ຢຸດ​ຍິງ​ກັບ​ອົງ​ການ​ຮາ​ມາສ

(GMT+08:00) 2008-06-18 16:26:36 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ຊິນ​ຮວາ,ວັນ​ທີ18​ມີ​ຖຸນາ​ນີ້,ທ່ານ​ອາ​ໂມ​ສ ກີ​ລັດ ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ຢືນຢັນ​ວ່າ,​ອິສຣາ​ແອນ​ເຫັນ​ດີ​ເຊັນ​ສັນ​ຍາ​ຢຸດ​ຍິງ​ກັບ​ອົງ​ການ​ຮາ​ມາສ,​ເວ​ລາ​ຢຸດ​ຍິງ​ເລີ່​ມ​ແຕ່​ເວລາ6​ໂມງ​ວັນ​ທີ19​ມີ​ຖຸນາ​ນີ້​ເປັນ​ຕົ້ນ​ໄປ.

ວັນ​ທີ17​ມີ​ຖຸນາ​ນີ້, ສື່​ມວນ​ຊົນ​ເອ​ຢິບ​ລາຍ​ງານ​ວ່າ,​ເຈົ້າ​ໜ້າ​ທີ່​ເອ​ຢິບ​ທີ່​ເຂົ້າ​ຮ່ວມ​ການ​ໄກ່​ເກ່ຍ​ກ່າວ​ວ່າ,​ອົງ​ກາ​ນຮາ​ມາສ​ແລະ​ອິສ​ຣາ​ແອນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ,​ເລີ່​ມ​ແຕ່​ວັນ​ທີ1​9​ມີ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ,​ຈະເລີ່​ມຢຸດ​ຍິງ​ເປັນ​ເວ​ລາ​6​ເດືອນ​ຢູ່​ເຂດ​ກາ​ຊາ.​ຕອນ​ຄ່ຳ​ວັນ​ທີ​17​ມີ​ຖຸ​ນາ​ນີ້,​ທ່ານ​ມາຣມຸດ ອັນ ຈາ​ຮາ ຜູ່​ນຳ​ລະດັບ​ສູງ​ຂອງ​ຮາ​ມາສ ກໍ່​ໄດ້​ຢືນ​ຢັນ​ຂ່າວ​ດັ່ງ​ກ່າວ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>