ນະ​ຄອນ​ປັກ​ກິ່ງ​ຈະ​ກວດ​ກາ​ຄວາມ​ສາມາດ​ຕ້ານ​ແຜ່ນ​ດິນ​ໄຫວ 100% ຕໍ່​ສິ່ງ​ກໍ່ສ້າງ​ທີ່​ສູງ​ກວ່າ​ມາດ​ຕະ​ຖານ

(GMT+08:00) 2008-06-18 18:04:10 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີນ​ຮວາ:ວັນ​ທີ 18 ມິຖຸນາ​ນີ້,ຄະ​ນະ​ກຳ​ມະ​ການ​ກໍ່ສ້າງ​ນະ​ຄອນ​ປັກ​ກິ່ງ​ລາຍ​ງານ​ວ່າ,​ໃນ​ຕໍ່ໜ້າ​ນີ້,ນະຄອນ​ປັກ​ກິ່ງ​ຈະ​ກວດກາ​ຄວາມ​ສາມາດ​ຕ້ານ​ແຜ່ນ​ດິນ​​ໄຫວ 100% ຕໍ່​ສິ່ງ​ກໍ່ສ້າງ​ທີ່​ສູງ​ກວ່າ​ມາດ​ຕະ​ຖານ.

ໃນ​ຫຼາຍ​ປີ​ມາ​ນີ້,ຢູ່​ປັກ​ກິ່ງ,​ໄດ້​ມີ​ສິ່ງ​ກໍ່ສ້າງ​ສູງ​ທີ່​ອອກ​ແບບ​ໃໝ່​ແລະ​ມີ​ຮູບ​ພິ​ເສດ​ຫຼາຍ​ຫຼັງ​ຕັ້ງ​ຂຶ້ນ,ຕໍ່​ສິ່ງ​ກໍ່ສ້າງ​ທີ່​ສູງ​ກວ່າ​ມາດຕະຖານ​ລະດັບ​ຊາດ​ໃນ​ປະຈຸ​ບັນ,ຄະນະ​ກຳມະການ​ກໍ່ສ້າງນະຄອນ​ປັກ​ກິ່ງລ້ວນ​​ແຕ່​ໄດ້ກວດກາ​ຄວາມ​ສາມາດ​ຕ້ານ​ແຜ່ນດິນ​ໄຫວ​ໂດຍ​ສະເພາະ.ນັບ​ມາ​ຮອດ​ປະຈຸ​ບັນ,ນະຄອນ​ປັກ​ກິ່ງ​ໄດ້​ກວດກາ​ສິ່ງ​ກໍ່ສ້າງທີ່​ສູງ​ກວ່າ​ມາດຕະຖານ 58 ຫຼັງ​ແລ້ວ,​ໃນ​ນັ້ນລວມທັງ​ສະໜາມ​ກິລາ​ແຫ່ງ​ຊາດ​ແລະ​ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ເປັນ​ຕົ້ນ,ນັບ​ລວມ​​ແລ້ວ,​​​ເນື້ອ​ທີ່​ກວດກາຫຼາຍກວ່າ 6 ລ້ານ 2 ​ແສນ​ຕາ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>