ເມືອງ​ຊີວະ​ພາບ​ທຽນ​ສິນ​ຈີນ​ສິງ​ກະ​ໂປ​ເລີ່​ມຖົມ​ດິນ

(GMT+08:00) 2008-06-18 21:37:52 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ18 ມິຖຸນາ​ນີ້,​ເມືອງ​ຊີວະ​ພາບ​ທຽນ​ສິນຈີນ​ສິງກະ​ໂປ​ເຊິ່ງ​ເປັນ​ໂຄງການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ລັດຖະບານ​ຈີນ​ກັບ​ສິງກະ​ໂປ​ໄດ້​ເລີ່​ມຖົມ​ດິນ​ທີ່​ມີ​ເນື້ອ​ທີ່​ປະມານ1ລ້ານ2​ແສນ2ໝື່ນ​ຕາ​ແມັດ,ຄາດ​ວ່າ​ຈະ​ສຳ​​ເລັດ​ໃນ​ເດືອນ​ກໍລະກົດ ປີໜ້າ.

ຂ່າວ​ແຈ້ງວ່າ,​ໂຄງການ​ນີ້​ຈະ​ໃຊ້​ກຳມະ​ວິທີ​ຄື​ເອົາ​ຂີ້ຕົມ​ທີ່​ຂຸດ​ອອກ​ມາ​ໃນ​​ເວລາ​ລວງ​ຮ່ອງ​ນ້ຳມາ​ເປົ່າ​ໃນ​ຄັນ​ຄູ,ຫຼັງ​ຈາກ​ແຫ້ງ​ແລ້ວ​ກໍ​ກາຍ​ເປັນ​​ແຜ່ນດິນ.​ໂຄງການ​ນີ້​ທັງ​ໄດ້​ປັບປຸງ​ສິ່ງ​ແວດ​ລ້ອມ​ເຂດ​ນ້ຳ​ອອມ​ຂ້າງ​ໃຫ້​ດີ​ຂຶ້ນ,ບັນລຸ​ການ​ນຳ​ໃຊ້​ຂີ້ຕົມ​ມາ​ສ້າງ​ເປັນ​ແຜ່ນດິນ,ທັງ​ໄດ້​ຫຼີກ​ເວັ້ນການ​ດິນ​ຈາກ​ພາຍ​ນອກ​ຢ່າງ​ຫຼວງ​ຫຼາຍ​ຈະ​ທຳລາຍ​ສິ່ງ​ແວດ​ລ້ອມ​ແລະ​ສ້າງ​ມົນ​ລະ​ພິດ​ຝຸ່ນ​ລະ​ວອງ.

ເມືອງ​ຊີວະ​ພາບ​ນີ້​ຫ່າງ​ຈາກ​ໃຈກາງ​ນະຄອນ​ທຽນ​ສິນ45ກິ​ໂລ​ແມັດ,ຮອດ​ປີ2020,​ເນື້ອ​ທີ່​ແຫ່ງ​ນີ້​ຈະ​​ເປັນ​ບ່ອນ​ອາ​​ໄສ​ຂອງ​ຄົນ​ຈຳນວນ3​ແສນ5ໝື່ນ​ຄົນ,ພວກ​ເຂົາ​ເຈົ້າຈະ​ໃຊ້​ພະລັງງານ​ສະອາດ​ເຊັ່ນ​ພະລັງ​ລົມ,ພະລັງ​ແສງຕາ​​ເວັນ​ເປັນ​ຕົ້ນ​ຢ່າງ​ຫຼວງ​ຫຼາຍ,ສຳຜັດ​ກັບ​ຊີວິດ​ການ​ເປັນ​ຢູ່​ໃໝ່​ທີ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ທັນ​ສະ​ໄໝ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>