ທ່ານ​ນາງ​ໄຣສ໌​ກ່າວ​ວ່າ ສ.ປ.ປ.​​ເກົາຫຼີ​ຈະລາ​ຍງານ​ແຜນ​ການ​ນີວ​​ເຄຼຍ​ທັງ​ໝົດ​ໃນ​ອີກ​ບໍ່​ດົນ​ນີ້

(GMT+08:00) 2008-06-19 18:07:48 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 18 ມິຖຸນາ​ນີ້,ຢູ່​ວໍ​ຊິງ​ຕັນ,ນາງຄອນໂດ​ລີ​ຊາ ​ໄຣສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​​ໄດ້​ກ່າວ​ປາຖະ​ກະ​ຖາ​ວ່າ,ອີກ​ບໍ່​ດົນ​ນີ້,ສ.ປ.ປ.​ເກົາຫຼີ​ຈະລາ​ຍງານ​ແຜນ​ການ​ນີວ​ເຄຼຍທັງ​ໝົດ​ຕໍ່​ຈີນ​​ເຊິ່ງ​ເປັນ​ປະ​ເທດ​ເຈົ້າ​ພາບ​ຂອງ​ການ​ເຈລະຈາ 6 ຝ່າຍ.

ນາງ​ໄຣສ໌ກ່າວ​ວ່າ,ພາຍຫຼັງ​ສ.ປ.ປ.​ເກົາຫຼີ​ລາຍ​ງານ​ແຜນການ​ນີວ​ເຄຼຍແລ້ວ,ທ່ານ​ຈອັດ ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ແຈ້ງ​ໃຫ້​ລັດຖະສະພາ​ຊາບ​ຢ່າງ​ເປັນ​ທາງ​ການ,ສະ​​ແດງ​ວ່າ,ອາ​ເມ​ລິ​ກາ​ມີ​ແຜນຈະ​ລຶບ​ຊື່ສ.ປ.ປ.​ເກົາຫຼີ​ຈາກ​ບັນຊີ"ປະ​ເທດ​ທີ່​ສະໜັບສະໜູນ​ລັດທິ​ກໍ່ການ​ຮ້າຍ",ສ.ປ.ປ.​ເກົາຫຼີ​ກໍ​ຈະ​ບໍ່​ຖືກ​ລົງ​ໂທດ​ອີກ​ຕາມ"ກົດໝາຍ​ວ່າ​ດ້ວຍ​ການ​ຄ້າ​ກັບປະ​ເທດ​ສັດຕູ"ຂອງ​ອາ​ເມ​ລິ​ກາ.

ທ່ານ​ນາງ​ໄຣສ໌ຍັງ​ກ່າວ​ວ່າ,ພາຍຫຼັງ​ສ.ປ.ປ.​ເກົາຫຼີ​ລາຍ​ງານ​ແລ້ວ,ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ປະ​​ເມີນ​ລະດັບ​ການ​ຮ່ວມ​ມື​ຂອງ​ສ.ປ.ປ.​ເກົາຫຼີ​ໃນບັນຫາ​ຊ່ວຍ​ກຳນົດ​ຄວາມ​ຖືກຕ້ອງ​ຂອງ​ການ​ລາຍ​ງານ.

ທ່ານ​ຄຼິສ​ໂຕ​ເຟີ ຮີ​ວ ຜູ້​ຊ່ວຍ​ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ 6 ຝ່າຍ​ໄດ້​ເດີນທາງ​ໄປ​ຢ້ຽມຢາມຍີ່ປຸ່ນ​ແລະ​ຈີນນັບ​ແຕ່​ວັນ​ທີ 18 ມິຖຸນາ​ນີ້​ເປັນ​ຕົ້ນ​​ມາ,​ເພື່ອ​ຫາລື​ກັບ​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>