ພະ​ເຖລະ​ຕິ​ເບ​ດ​ເຫັນ​ວ່າ ທວນ​ໄຟ​ໂອ​ລິ​ມປິກ​ສົ່ງ​ຕໍ່​ຢູ່​ນະຄອນ​ລາຊາ​ແມ່ນ​ກຽດ​ຂອງ​ປະຊາຊົນ​ຕິ​ເບ​ດ

(GMT+08:00) 2008-06-20 18:39:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ກ່ຽວ​ກັບ​ທວນ​ໄຟ​ໂອ​ລິ​ມປິກທີ່ຈະ​ສົ່ງ​ຕໍ່​ຢູ່​ນະຄອນ​ລາຊາ​ໃນ​ວັນ​ທີ 21 ມິຖຸນາ​ນີ້,ພະ​ເຖລະ​ຊີ​ກູ​ງຈູງ​ຊາງ ​ໂລ​ຊາງ​ຈຳ​ປາ ຜູ້ອຳນວຍປະຈຳຂອງ​ພຸດທະ​ສະມາຄົມຈີນ ຮອງ​ປະທານສາຂາ​ຕິ​ເບດພຸດທະສະມາຄົມຈີນກ່າວ​ວ່າ,ນີ້​ແມ່ນ​ກຽດ​ຂອງ​ປະຊາ​ຊົນ​ຕິ​ເບ​ດ.​ໃນ​ຖານະ​ທີ່​ເປັນ​ບຸກຄົນ​ວົງ​ການ​ສາສະໜາ​ພຸດ​ນິກາຍ​ຕິ​ເບ​ດ,ພະ​ເຖລະ​ເຫັນ​ວ່າ,ທວນ​ໄຟ​ໂອ​ລິ​ມປິກ​ຄື​ໄຟ​​ນ້ຳມັນເນີຍ​ທີ່​ພວມລຸກ​ຂຶ້ນ,​ເປັນ​ສັນຍະລັກ​ຂອງ"ສິລິ​ມຸງຄຸນ​ແລະ​ຄວາມ​ສະຫງົບ​".ພະ​ເຖລະ​ຄອງ​ຄອຍ​ທວນ​ໄຟ​ໂອ​ລິ​ມປິກ ​ໃນ​ທຸກ​ເວລາ.

ພະ​​ເຖລະ​ກ່າວ​ວ່າ,​ເຖິງ​ວ່າ​ໃນ​ການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ໄດ້​ເກີດ​ເຫດການ​ທີ່​ບໍ່​ມ່ວນ​ໃຈ​ຈຳນວນ​ໜຶ່ງ,​ແຕ່​ພວກ​ແບ່ງ​ແຍກ​ຈຳນວນສ່ວນ​ໜ້ອຍທີ່​ສຸດ​ບໍ່​ສາມາດ​​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ​ເຜົ່າ​ຕິ​ເບ​ດສ່ວນ​ຫຼາຍ,ກໍ່​ບໍ່​ສາມາດ​ກີດ​ຂວາງ​ຄວາມ​ຄອງ​ຄອຍ​ຂອງ​ປະຊາຊົນ​​ເຜົ່າ​ຕິ​ເບ​ດທີ່​ມີ​ຕໍ່​ທວນ​ໄຟ​ໂອ​ລິມປິກ.ພະ​ເຖລະ​ອະທິຖານດ້ວຍ​ຄວາມຈິງ​​ໃຈ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຈັດ​ຂຶ້ນ​ຢ່າງ​ຈົບງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>