ອາສາສະໝັກຈີນແລະຕ່າງປະເທດທີ່ເຂົ້າຮ່ວມການກູ້ໄພແຜ່ນດິນໄຫວແຂວງເສສວນຈີນມີເກືອບ1ລ້ານ3ແສນເທື່ອຄົນ
(GMT+08:00) 2008-06-21 16:58:15 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິນຮວາ,ຄະນະຊາວໜຸ່ມກອມມູນິດຈີນແຂວງເສສວນແຈ້ງໃຫ້ຊາບວ່າ,ພາຍຫຼັງຢູ່ເມືອງເວິ້ນຊ່ວນແຂວງເສສວນເກີດແຜ່ນດິນໄຫວແລ້ວ,ໄດ້ມີອາສາສະໝັກຈີນແລະຕ່າງປະເທດເກືອບ1ລ້ານ3ແສນເທື່ອຄົນໄປເຮັດວຽກກູ້ໄພແຜ່ນດິນໄຫວ.
ຕອນຄ່ຳຂອງວັນທີ12ພຶດສະພາແລ້ວນີ້ຄືມື້ເກີດແຜ່ນດິນໄຫວຢູ່ເມືອງເວີ້ນຊ່ວນ,ໜ່ວຍອາສາສະໝັກໜ່ວຍທຳອິດໄດ້ຟ້າວເດີນທາງໄປເຂດປະສົບໄພເມືອງຕູ່ຈ່ຽງຢ້ຽນ ນະຄອນເສີງຕູ່,ຕັ້ງຕູບຜ້າເຕັ້ນເພື່ອຊ່ວຍໂຮງໝໍຮັບປິ່ນປົວຜູ່ບາດເຈັບ.ວັນທີ13ພຶດສະພາແລ້ວນີ້,ຄະນະຊາວໜຸ່ມກອມມູນິດ ແຂວງເສສວນໄດ້ຜ່ານຈາກໂທລະພາບ ໜັງສືພິມແລະອິນເຕີເນັດເປີດເຜີຍແຈ້ງການຮັບສະໝັກອາຊາສະໝັກ,ອາສາສະໝັກຈຳນວນຫຼວງຫຼາຍໄປເຕົ້າໂຮມກັນຢູ່ແຂວງເສສວນຢ່າງວ່ອງໄວ.ອາສາສະໝັກເຫຼົ່ານີ້ນອກຈາກມາຈາກແຫ່ງຕ່າງໆຂອງຈີນແລ້ວ,ຍັງມີອາສາສະໝັກທີ່ມາຈາກການາດາ ອາເມລິກາ ຣັດເຊຍ ຍີ່ປຸ່ນແລະສິງກະໂປເປັນຕົ້ນ.
ໃນໄລຍະທີໜຶ່ງຂອງການກູ້ໄພແຜ່ນດິນໄຫວ,ວຽກຕົ້ນຕໍຂອງອາສາສະໝັກແມ່ນຊອກຫາແລະຊ່ວຍເຫຼືອຜູ່ຍັງມີຊີວິດ,ຊ່ວຍເຫຼືອປິ່ນປົວຜູ່ບາດເຈັບ,ຈັດສົ່ງເຄື່ອງຊ່ວຍເຫຼືອແລະອື່ນໆ.ໃນໄລຍະຈັດວາງປະຊາຊົນຜູ່ປະສົບໄພແລະສ້າງສາຄືນໃໝ່ຫຼັງໄພແຜ່ນດິນໄຫວໃນປັດຈຸບັນນີ້,ວຽກງານສຳຄັນຂອງ ອາສາສະໝັກກໍ່ຄ່ອຍໆຫັນເປັນການບໍລິການໃຫ້ຄຳປຶກສາດ້ານຈິດໃຈແລະເບິ່ງແຍງດູແລປະຊາຊົນຜູ່ປະສົບໄພເປັນຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ