ອາສາ​ສະໝັກ​ຕ່າງປະ​ເທດຊຸດ​ທຳ​ອິດ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ມາ​ຮອດ​ປັກ​ກິ່ງ​ແລ້ວ

(GMT+08:00) 2008-06-23 10:57:16 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ22 ມິຖຸນາ​ນີ້, ​ອາສາສະໝັກ23ຄົນມາຈາກມະຫາວິທະຍາໄລ​​ໄ​ອ​ໂອວາ​ຂອງອາ​ເມ​ລິ​ກາມາ​ຮອດ​ປັກ​ກິ່ງ,ພວກ​ເຂົາ​ເຈົ້າ​ແມ່ນ​​ອາສາ​ສະໝັກ​ຕ່າງປະ​ເທດຊຸດ​ທຳ​ອິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ເດີນທາງ​ມາ​ຮອດ​ປັກ​ກິ​ງງວດ.

ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ອາສາ​ສະໝັກ​ເຫຼົ່າ​ນີ້​ມີ​ສ່ວນ​ໜຶ່ງ​ຈະ​ເຂົ້າ​ຮ່ວມ​ວຽກ​ງານ​ຕິດ​ຕໍ່​ນັກ​ກິລາ​ຂອງ​ການ​ແຂ່ງຂັນ​ເທັນ​ນິສ,ມວຍ​ປ້ຳ​ເປັນ​ຕົ້ນ,​ແລະ​ອີກ​ສ່ວນ​ໜຶ່ງຈະ​​ເຮັດວຽກ​ງານ​ບໍລິການ​ຢູ່​ສູນຖະ​ແຫຼ​ງຂ່າວຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ສູນ​ວິທະຍຸ​ສາກົນ.​ໃນ​ນັ້ນ,ມີ​ອາສາ​ສະໝັກ4ຄົນ​ຍັງ​ຈະ​ສືບ​ຕໍ່​ຮັບ​ໃຊ້​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ.

ໃນ​ຈຳນວນຜູ່​ທີ່ສະ​ເໜີ​ຊື່​ເປັນຜູ່​ອາສາ​ສະໝັກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ເກືອບ1ລ້ານ2​ແສນ​ຄົນນັ້ນ​ມີຄົນ​ຕ່າງປະ​ເທດ​2ໝື່ນ2ພັນ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>