ຜູ້​ນຳ​ອົງ​ການ​ຮາ​ມັສ​ກ່າວ​ວ່າ, ຈະ​ເຄົາ​ລົບ​ສັນ​ຍາ​ຢຸດ​ຍິງ​ທີ່​ເຊັນ​ກັບ​ອິສ​ຣາ​ແອນ

(GMT+08:00) 2008-06-23 18:25:15 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 22 ມິຖຸນາ​ນີ້, ຢູ່​ດາມັສ ທ່ານ​ຄາ​ລິດ ມາ​ຊາອານ ຜູ້ນຳ​ການ​ເມືອງ​ຂອງ​ອົງການ​ຮາ​ມັສທີ່​ພັດ​ຖິ່ນຢູ່​ຊີ​ເລຍ​ກ່າວ​ວ່າ, ອົງການ​ຮາ​ມັສຈະ​ເຄົາລົບ​ສັນຍາ​ຢຸດ​ຍິງທີ່​ເຊັນ​ກັບ​ອິສຣາ​ແອນ.

ມື້​ດຽວ​ກັນ, ​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​, ທ່ານ​ມາ​ຊາ​ອານກ່າວ​ວ່າ, ຂໍ​ແຕ່​ອິສຣາ​ແອນ​ເຄົາລົບ​ສັນຍາ​ຢຸດ​ຍິງ, ອົງການ​ຮາ​ມັສກໍ່​ຈະ​ເຄົາລົບ​ຄື​ກັນ. ​ແຕ່​ຖ້າ​ອິສຣາ​ແອນລະ​ເມີດສັນຍາ​ຢຸດ​ຍິງ, ອົງການ​ຮາ​ມັສກໍ່​ຈະ​ມີ​ການ​ຄັດ​ເລືອກອັນ​ອື່ນ. ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ກ່າວ​ວ່າ, ​ຊີ​ເລ​ຍກັບ​ອິສຣາ​ແອນ​ດຳ​ເນີນ​ການ​ເຈລະ​ຈາ​ສັນຕິພາບ​ທາງ​ອ້ອມ​ຈະ​ບໍ່​ກະທົບ​ເ​ຊິ່ງການ​ພົວພັນ​ລະຫວ່າງ​ອົງການ​ຮາ​ມັສກັບ​ຊີ​ເລ​ຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>