ສື່​ມວນ​ຊົນ​ສປປ​ເກົາຫຼີ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ປະ​ລະ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ​ ຕໍ່​ສປປ​ເກົາ​ຫຼີ

(GMT+08:00) 2008-06-25 17:43:52 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ25ມິຖຸນາ​ນີ້ ໜັງສືພິມ​ໂລ​ດົງ​ຊີນມູນ ສຽງຂອງ​ສູນ​ກາງພັກ​​ແຮງ​ງານເກົາຫຼີ​ແລະ​ໜັງສືພິມມິນ​ຈູ​ໂຊ​ຊົນ ສຽງຂອງ​ລັດຖະບານ​ຕ່າງ​ໄດ້​ພິມ​ບົດ​ນຳ​ກ່ຽວ​ກັບ​ການ​ລະ​ລຶກສົງຄາມ​ເກົາຫຼີ​ເກີດ​ຂຶ້ນຄົບ​ຮອດ58ປີ,ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາປະລະ​ນະ​ໂຍບາຍ​ເປັນ​ປໍ​ລະ​ປັກ​​ຕໍ່ສປປ​ເກົາຫຼີ,​ໃຫ້​ມີ​ການ​ກະທຳ​ຕອບ​ແທນຄືນ​ຕໍ່​ຄວາມ​ພະຍາຍາມ​ຂອງ​ສປປ​ເກົາຫຼີ​ທີ່​ຢາກສ້າງສັນຕິພາບ​ຖາວອນ.

ບົດ​ນຳ​ຂອງ​ໜັງສືພິມ​ໂລ​ດົງ​ຊີນມູນຂຽນ​ວ່າ,​ເຖິງ​ວ່າ​ສົງຄາມ​ໄດ້​ຜ່ານ​ໄປ​ເຄິ່ງສະ​ຕະວັດ​ປາຍ​ແລ້ວ,​ແຕ່​ຄວາມ​ອັນຕະລາຍ​ຈາກ​ສົງ​ຄາມ​ແຫຼ​ມ​ເກົາຫຼີ​ຍັງ​ບໍ່​ໄດ້​ຍົກ​ເລີກ​ເທື່ອ.ປະຈຸ​ບັນ,ການ​ປ້ອງ​ກັນ​ສັນຕິພາບ​ແມ່ນ​ໜ້າ​ທີ່ພົວພັນ​ເຖິງ​ຄວາມ​ເປັນຕາ​ຍຂອງ​ຊົນ​ຊາດ.

ບົດ​ນຳ​ຂອງ​ໜັງສືພິມມິນ​ຈູ​ໂຊ​ຊົນຮຽກຮ້ອງ​ໃຫ້​ທົ່ວ​ຊົນ​ຊາດ​ເພີ່​ມທະວີ​ຄວາມ​ສາມັກຄີ​ໃຕ້​ທຸງ"ຊົນ​ຊາດ​ພ້ອມ​ກັນ​ຊ່ວຍ​ເຫຼືອ​ກັນ",​ເພື່ອ​ປ້ອງ​ກັນ​ສັນຕິພາບ​ແຫຼມ​ເກົາຫຼີ,ບັນລຸ​ຄວາມ​ເປັນ​ເອກະ​ພາບຢ່າງເປັນ​ເຈົ້າຕົນ​ເອງ.ບົດ​ນຳ​ຍັງ​ຮຽກຮ້ອງ​ໃຫ້ຍົກສູງ​ສະຕິ​ລະວັງ​ຕົວຕໍ່ອັນ​ທີ່​ເອີ້ນ​ວ່າ"ການ​ສົນທະນາ"​ແລະ"ສັນຕິພາບ"ທີ່​ອາ​ເມ​ລິ​ກາປ່າວຂ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>