ລັດ​ຖະ​ບານ​ຈີນ​ໃຫ້​ເງິນ​ບໍ​ລິ​ຈາກ​ກູ້​ໄພ​ແກ່​ຟິ​ລິບ​ປິນ

(GMT+08:00) 2008-06-25 18:41:26 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ວັນ​ທີ 25 ມິຖຸນາ​ນີ້, ທ່ານ​ຊົ້ງ​ທ່າວ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຟິລິບ​ປິນ​ຕາງ​ໜ້າ​ລັດຖະບານ​ຈີນ​ໃຫ້​ເງິນ​ບໍລິຈາກ​ກູ້​ໄພ 1 ​ແສນ​ໂດ​ລາ​ແກ່​ຟິລິບ​ປິນ, ​ແລະ​ໄດ້​ຕາງໜ້າ​ລັດ​ຖະບານ​ແລະ​ປະຊາຊົນ​ຈີນສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ລັດຖະບານ​ແລະ​ປະຊາຊົນ​ຟິລິບ​ປິນທີ່​​ປະສົບ​ໄພ​ລົມ​ໄຕ້​ຝຸ່ນ, ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ຜູ້​​ເສຍ​ຊີວິດ.

ນອກ​ນັ້ນ, ທ່ານ​ຊົ້ງ​ທ່າວ​ຍັງ​ຈະ​ມອບ​ເງິນ​ບໍລິຈາກ​ກູ້​ໄພ 5 ໝື່ນ​ໂດ​ລາ​ທີ່​ສະພາກາ​ແດງ​ຈີນ​ສະ​ໜອງ​ໃຫ້​ສະພາກາ​ແດງ​ຟິລິບ​ປິນ.

ກະຊວງ​ການ​ຕ່າງປະ​ເທດ​ຟິລິ​ບປິນສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ອັນ​ຈິງ​ໃຈ​ຕໍ່​ການຊ່ອຍ​ເຫຼືອຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ.

ສະຖິຕິຫຼ້າ​ສຸດສະ​ແດງ​​ໃຫ້​ເຫັນ​ວ່າ, ປະຈຸ​ບັນ, ລົມ​ໄຕ້​ຝຸ່ນ "​ເຟິ່ງ​ເຊິ​ນ" ທີ່​ໂຈມ​ຕີ​ເຂດ​ພາກກາງ​ຂອງ​ຟິລິ​ບປິນ​ໄດ້​ເຮັດ​ໃຫ້​ຢ່າງໜ້ອຍ 361 ຄົນ​ເສຍ​ຊີວິດພາຍ​ໃນ​ຟິລິບ​ປິນ, ຄວາມ​​ເສຍ​ຫາຍ​ເສດຖະກິດ​ໂດຍ​ກົງນັບ​ເປັນຮ້ອຍ​ລ້ານ​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>