ນັກ​ສຶກສາ​ຕ່າງ​ປະ​ເທດ​ທີ່​ຮຽນ​ຢູ່​ຈີນ​ເຂົ້າ​ຊົມ​ງານ​ວາງ​ສະ​ແດງ​ສະ​ພາບ​ປະຈຸ​ບັນ​ແລະ​ອະ​ດີດ​ຂອງ​ຕິ​ເບ​ດ

(GMT+08:00) 2008-06-25 18:55:47 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ25ມິຖຸນາ​ນີ້ ຢູ່​ປັກ​ກິ່ງ ນັກ​ສຶກສາຕ່າງປະ​ເທດທີ່​ຮຽນ​ຢູ່​ຈີນ​100ກວ່າ​ຄົນ​ທີ່​ມາ​ຈາກ​ຝຣັ່ງ ສ.​ເກົາຫຼີ ຍິ່ປຸ່ນ​ແລະຣັດ​ເຊຍ​ເປັນຕົ້ນ​ໄດ້​ເຂົ້າຊົມງານວາງສະ​ແດງສະພາບປະຈຸ​ບັນ​ແລະ​ອະດີດ​ຂອງ​ຕິ​ເບ​ດ.​ໃນ​ເວລາ​ຊົມ​ເບິ່ງ,ນັກ​ສຶກສາທັງຫຼາຍ​ພາກັນ​ກ່າວ​ຄຳ​ເຫັນ​ຂອງ​ຕົນ.ນາງ​ໂຊ​ຢູມີ ນັກ​ສຶກສາສ.​ເກົາຫຼີ​ເວົ້າວ່າ,ຜ່ານຮູບ​ພາບພວກ​ເຮົາ​​ໄດ້​​ເຫັນຄວາມ​ມືດມົນ​ແລະ​ຫຼ້າ​ຫຼັງ​ຂອງ​ຕິ​ເບ​ດ​ກ່ອນປີ1959,ມູນ​ເຫດ​ພື້ນຖານຂອງ​ຄວາມ​ຫຼ້າ​ຫຼັງ​ຂອງ​ຕິ​ເບ​ດ​ແມ່ນ​ ລະບອບ​ສັງຄົມ​ຫຼ້າ​ຫຼັງ.

ທ້າວ​ຟີ​ວານ ດີ ນັກ​ສຶກສາທີ່​ມາ​ຈາກ​ອິນ​ໂດ​ເນ​ເຊຍ​ເວົ້າວ່າ,ສັງຄົມ​ໃນ​ອະດີດ​ຂອງ​ຕິ​ເບ​ດຫຼ້າ​ຫຼັງ​ທີ່​ສຸດ,​ແຕ່ປະຈຸ​ບັນ ຄົມມະນາຄົມ ສິ່ງ​ກໍ່ສ້າງ​ແລະລະດັບຊີວິດ​ການ​ເປັນ​ຢູ່ຂອງ​ຕິ​ເບ​ດລ້ວນ​ແຕ່​ໄດ້​ຮັບ​ການ​ຍົກ​ສູງຂຶ້ນ​ທີ່​ບໍ່​ເຄີຍ​ມີມາ​ກ່ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>