ຕິ​ເບດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຊຸດ​ທຳ​ອິດ​ຫລັງ​ຈາກ​ຢຸດ​ໄປ​ໄລ​ຍະ​ຫນຶ່ງ

(GMT+08:00) 2008-06-26 10:56:42 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 25 ມິຖຸນາ​ນີ້ ຕິ​ເບ​ດ​ເປີດ​ຕະຫລາດ​ທ່ອງ​ທ່ຽວ​ຕໍ່​ຕ່າງປະ​ເທດ​ຄືນ​ໃຫມ່,ບໍລິສັດທ່ອງທ່ຽວ​ຕ່າງຕ່າງ​ເລີ່​ມຕ້ອນ ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ.ຕອນ​ບ່າຍ​ມື້ດຽວ​ກັນ,ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຊຸດ​ທຳ​ອິດ​ໄດ້​ເດີນ​ທາງ​ໄປຮອດ​ລາຊາ.

ຂ່າວ​ແຈ້ງວ່າ,ຄະນະ​ທ່ອງ​ທ່ຽວ​ດັ່ງກ່າວ​ມີ​ສະມາຊິກ​ສອງ​ຄົນທີ່​ເປັນຄົນ​ຊູ​ແອດ​ອາຍຸ 62 ປີ ຊື່ວ່າ​ເອວາ​ຊານ​ທຼົມ​ແລະ​ເຄີ​ດ ​ເພີ​ຊົນ​ທີ່​ອາຍຸ 77 ປີ.

​​ເມື່ອ​​ນາງເອວາ ຊານ​ທຼົມ​ໄດ້​ຮູ້ວ່າ​ເຂົາ​ເຈົ້າ​ແມ່ນ​ນັກ​ທ່ອງ​ທ່ຽວຊຸດທຳ​ອິດ​ທີ່​ໄປ​ທ່ຽວ​ຕິ​ເບ​ດຫລັງ​ເຫດການ 14 ມີນາ.ນາງ​ເວົ້າວ່າ, ​ເຂົາ​ເຈົ້າບໍ່​ເປັນ​ຫ່ວງ​ນຳ​ຄວາມ​ປອດ​ໄພ​ຢູ່​ຕິ​ເບ​ດ.ທ່ານ​ເຄີ​ດ ​ເພ​ຊົນ​ກ່າວ​ວ່າ,ຈາກ​ສະຫນາມ​ບິນ​ເດີນທາງ​ໄປ​ໃຈ​ກາງ​ເມືອງ, ຮູ້​ສຶກວ່າ​ປອດ​ໄພ​ດີ​ໃນ​ຕະຫລອດ​ທາງ.ທ່ານ​ກ່າວ​ວ່າ,ຫາ​ກໍ່​​ໄປ​ຮອດ​​ເມືອງ​ລາຊາບໍ່​ທໍ່​ໃດ​ຊົ່ວ​ໂມງ​ກໍ່​ໄດ້​ຮູ້ສຶກ​ເຖິງ​ຄວາມ​ອົບ​ອຸ່ນ​ແລະ​ຄວາມຮັກ​ແຂກ​ແພງຄົນ​ຂອງ​ປະຊາຊົນ​ຕິ​ເບ​ດ,​ເຊື່ອ​ວ່າການ​ມາ​ທ່ຽວ​ຕິ​ເບ​ດ​ເທື່ອ​ນີ້​ຈະ​ມ່ວນ​ຊື່ນຫລາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>