ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ກອງ​ກະ​ຊຸມ​ຄົ້ນ​ຄວ້າ​ຈັດ​ວາງ​ວຽກ​ງານ​ສຳ​ຄັນ​ໃນ​ໄລ​ຍະ​ສຸດ​ທ້າຍ​ຂອງ​ການ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-06-27 18:15:40 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ27ມີ​ຖຸນາ​ນີ້,ກົມ​ການ​ເມືອ​ງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ປັກ​ກິ່ງ,ຄົ້ນຄວ້າ​ຈັດ​ວາງ​ວຽກ​ງານ​ສຳຄັນ​​ໃນ​ໄລຍະ​ສຸດ​ທ້າຍ​ຂອງ​ການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​​ເປັນ​ປະທານ​ຈັດ​ກອງ​ປະຊຸມ.

ທີ່​ປະຊຸມ​ກ່າວ​ເນັ້ນ​ວ່າ,​ແຕ່​ດຽວ​ນີ້​ຮອດ​ມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍັງ​ເຫຼືອ​ພຽງ​ແຕ່​ເດືອນ​ປາຍ​ເທົ່າ​ນັ້ນ,ວຽກ​ງານ​ກະກຽມ​ໄດ້​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ​ທີ່​ເປັນ​ຂໍ​ກະ​ແຈ.ພັກ​ກອມ​ມູ​ນິດ​ຈີນ​ແລະ​ອົງການ​ປົກຄອງ​ທຸກ​ຂັ້ນ​ຕ້ອງ​ລົງ​ເລິກ​ເຮັດ​ວຽກ​ງານ​ກະກຽມ​ທຸກ​ດ້ານ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ລະອຽດ,ປິ່ນ​ອ້ອມ​ເປົ້າ​ໝາຍ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ມີ​ສີສັນ​ພິ​ເສດ​ແລະ​ມີ​ລະດັບ​ສູງ,ປະຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ອັນ​ເຄັ່ງ​ຂືມ​ຂອງ​ຈີນ​ທີ່​ມີ​ຕໍ່​ປະ​ຊາ​ຄົມ​ໂລກ​ຢ່າງ​ແທ້​ຈິງ,ທຳ​ຄວາມ​ພະຍາຍາມ​ຈົນສຸດ​ຄວາມ​ສາມາດ​ແລະ​ດ້ວຍ​ຄວາມ​ຫ້າວ​ຫັນ​ຫຼາຍ​ທີ່​ສຸດ​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃຫ້​ສຳ​ເລັດ​ຜົນ,​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​,ນັກ​ກິລາ​ປະ​ເທດ​ຕ່າງໆ​ແລະ​ປະຊາ​ຊົນ​​ເພິ່ງ​ພໍ​ໃຈ.

ທີ່​ປະຊຸມ​ກ່າວ​ເນັ້ນ​ວ່າ,ຕ້ອງ​ສຸມ​ກຳລັງ​ເຂົ້າ​ໃນ​ວຽກ​ງານ​ກະ​ກຽມ​ຈັດ​ພິ​ທີ​ໄຂ​ງານ​ແລະ​ປິດ​ງານ​ໃຫ້​ສຳ​ເລັດຜົນ.ອອກ​ແຮງ​ສຸດຂີດ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາ​ມປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິມ​ປິກ,​ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ສາກົນ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ,​ພະ​ຍາ​ຍາມ​ບັນລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກມີ​ຄວາມ​ປອດ​ໄພ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>