ອິສ​ຣາ​ແອນ​ຈະ​ເປີດ​ດ່ານ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ກາ​ຊາ​ຄືນ​ໃໝ່

(GMT+08:00) 2008-06-29 17:13:56 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ວັນ​ທີ28​ມິ​ຖຸນານີ້,ທ່ານ​ມາ​ຕານ ວິນ​ນາຍ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ປະກາດ​ວ່າ,ອິສຣາ​ແອນ​ຈະ​ເປີດ​ດ່ານ​ຂົນ​ສົ່ງ​ສິນຄ້າ​ໄປ​ກັບ​ກາ​ຊາ​ຄືນ​ໃໝ່​ໃນ​ວັນ​ທີ29​ມິຖຸນາ​ນີ້.

ວັນ​ທີ28​ມີ​ຖຸນາ​ນີ້,​ທ່ານ​ຮາ​ເລັດ ອັນ ບາ​ຊີ ໂຄສົກ​ອົງການ​ຈີ​ຮາກ່າວ​ວ່າ,ອົງການ​ດັ່ງ​ກ່າວ​ຈະ​ບໍ່​ລະ​ເມີດ​ສັນຍາ​ຢຸດ​ຍິງ​ທີ່​ເຊັນກັບ​ອິສ​ຣາ​ແອນ​ນັ້ນ​ກ່ອນ,​ແຕ່​ຖ້າ​ອິສຣາ​ແອນ​ສືບ​ຕໍ່​ປິດ​ດ່ານ​ສົນ​ສົ່ງ​ສິນຄ້າ​ຂອງ​ກາຊາ​ແລະ​ສືບ​ຕໍ່​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,ອົງການ​ຈີ​ຮາ​ຈະ​ສະຫງວນ​ສິດ​ທີ່​ມີ​ປະ​ຕິກິລິຍາ.​ທ່ານ​ມາຣມຸດ ອັນ​ຈາ​ຮາຣ ຜູ່​ນຳ​ລະດັບ​ສູງ​ຂອງ​ອົງ​ການ​ຮາ​ມາສກ່າວ​ວ່າ,ຮາ​ມາສຈະ​ສະກັດ​ກັ້ນ​ການ​ກະທຳ​ໃດໆ​ທີ່​ທຳລາຍ​ສັນຍາ​ຢຸດ​ຍິງ​ຢູ່​ກາຊາ.

ທ່ານຣີຢັດ ອັນ​ມາຣຄີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ກ່າວ​ວ່າ,​ທ່ານ​ຫວັງ​ໃຫ້​ສັນ​ຍາ​ຢຸດ​ຍິງ​ລະ​ຫວ່າງ​ອິສ​ຣາ​ແອນ​ກັບ​ກຸ່ມ​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ​ສາ​ມາດ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕໍ່​ໄປ​ຢູ່​ເຂດ​ກາຊາ,​ແລະ​ຫວັງ​ໃຫ້​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ກໍ່​ຈະ​ບັນລຸ​ການ​ຢຸດ​ຍິງ.

ພາຍ​ໃຕ້​ການ​ໄກ່​ເກ່ຍຂອງ​ເອຢິບ,ອິສຣາ​ແອນ​ກັບກຸ່ມ​ປະກອບ​ອາວຸດ​ຝ່າຍ​ຕ່າງໆ​ຂອງ​ປາ​ເລັສ​ຕິນ​ເຊັ່ນ​ຮາ​ມາສ​ເປັນ​ຕົ້ນ​ເລີ່​ມປະຕິບັດ​ສັນຍາ​ຢຸດ​ຍິງ​ເປັນ​ເວລາ6​ເດືອນ​ແຕ່​ວັນ​ທີ​19​ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>