ການ​ຫຼຸດ​ຈຳນວນ​ລົດ​ຍົນ​ໃຫ້​ໜ້ອຍ​ລົງ​ເລີ່​ມ​ສ້າງ​ຄວາມ​ສະ​ດວກ​ໃຫ້​ຊາວ​ເມືອງ​ປັກ​ກິ່ງ

(GMT+08:00) 2008-06-29 17:15:40 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ປັກ​ກິ່ງ​ຈະ​ຈຳກັດ​ການ​ແລ່ນ​ລົດ​ຕາມ​ປ້າຍ​ລົດ​ທີ່​ເປັນ​​​ເລກ​ຄີ​ກແລະ​ເລກ​ຄູ່ຢ່າງ​ຮອບ​ດ້ານ​ນັບ​ແຕ່​ວັນ​ທີ 20 ກໍລະ​ກົດປີ​ນີ້​​ເປັນ​ຕົ້ນ​ໄປ,ກ່ອນ​ວັນ​ນັ້ນ,ຄື​ໃນ​ວັນ​ທີ 23 ມິຖຸນາ​ນີ້,ສູນກາງ​ແລະ​ອົງການ​ປົກຄອງ​ປັກ​ກິ່ງ​ໄດ້​ນຳ​ໜ້າ​ຕັດ​ລົດ​ຍົນ​ຂອງ​ອົງ​ການ​ບໍ່​ໃຫ້​ແລ່ນ 50%.​ໃນ​ຫຼາຍ​ມື້​ມາ​ນີ້,ຊາວ​ເມືອງ​ປັກ​ກິ່ງ​ໄດ້​ເລີ່​ມຮູ້​ສຶກ​ເຖິງຄວາມ​ສະດວກ​ທີ່​ນຳ​ມາ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນໂດຍ​ຜ່ານ​ການ​ຫຼຸດ​ຈຳນວນ​ລົດຍົນ​ໃຫ້​ໜ້ອຍ​ລົງ,​ແລະ​ເຫັນ​ວ່າ,ການ​ຈຳກັດ​ແລ່ນ​ລົດຍົນ​ຕາມ​ປ້າຍ​ລົດເລກ​ຄີກ​ແລະ​ເລກ​ຄູ່​ນັ້ນ​ຈະ​ບໍ່​ມີ​ຜົນ​ກະທົບ​ຫຼາຍ​ຕໍ່​ການ​ເດີນທາງ​ຂອງ​ຕົນ.

ຕາມ​ຂ່າວ​ແຈ້ງວ່າ,​ໃນ​ໄລຍະ​ຈຳກັດ​ການ​ແລ່ນ​ລົດຍົນ,ພາກ​ສ່ວນຄົມ​ມະ​ນາ​ຄົມ​ສາທາ​ລະນະ​ນະຄອນ​ປັກ​ກິ່ງ​ຈະ​ໃຊ້​ມາດ​ຕະການ​ທີ່​ເພີ່ມ​ລົດ​ເມ 2000 ກວ່າຄັນ ຍົກ​ສູງ​ປະສິດ​ທິພາບ​ການ​ຂົນ​ສົ່ງ​ຜູ້​ໂດຍສານ,​​ເຮັດ​ໃຫ້​ຄວາມ​ສາມາດ​ຂົນ​ສົ່ງ​ຜູ້​ໂດຍສານ​ບັນລຸ 14 ລ້ານ 9 ​ແສນ​ກວ່າ​ເທື່ອ​ຄົນ​ຕໍ່ມື້;ລົດ​ໄຟ​ໃຕ້​ດິນ​ຈະ​ຜ່ານ​ຈາກ​ການປັບປຸງ​ສາຍ​ເກົ່າ​ແລະ​​ເປີດ​ສາຍ​ໃໝ່​ມາ​ເພີ່ມ​ຄວາມ​ສາມາດ​ຂົນ​ສົ່ງຜູ້​ໂດຍສານ,ລົດ​ແທັກ​ຊີ​ຈະ​ອອກ​ມາ​ບໍລິການ 95% ຂຶ້ນ​ໄປ,​ເຮັດ​ແນວ​ນີ້​ກໍສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງຜູ້​ໂດຍສານ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>