ຊາວ​ໜຸ່ມ​​ເຍົາວະ​ຊົນ​ອິນ​ໂດ​ເນ​ເຊຍ​ຈັດ​ຄ້າຍ​ພັກ​ແຮມ​ລະ​ດູ​ຮ້ອນ​ຢູ່​ແຂວງ​ໄຫ​ຫຼຳ​ຈີນ

(GMT+08:00) 2008-06-29 17:22:07 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນ​ຮວາ:ປະຈຸ​ບັນ,ກິດຈະ​ກຳ​ຄ້າຍ​ພັກ​ແຮມ​ລະດູ​ຮ້ອນ​ວັດທະ​ນະທຳທີ່​ມີ​ຊື່ວ່າ"ທ່ຽວໄຫ​ຫຼຳ"ຂອງຊາວ​ໜຸ່ມ​​ເຍົາວະ​ຊົນ​ອິນ​ໂດ​ເນ​ເຊຍ 2008 ພວມ​ດຳ​ເນີນ​ຢູ່​ແຂວງ​​ໄຫ​ຫຼຳ​ຂອງ​ຈີນ.ນັກ​ຮຽນ 34 ຄົນ​ທີ່​ມາ​ຈາກ​ສະ​ຖາ​ບັນ​ຂົງ​ຈື້ຈາ​ກາກ​ຕາ​ແຫ່ງ​ອິນ​ໂດ​​ເນ​ເຊຍ​ໄດ້​ຜ່ານ​ຈາກ​ຫຼັກສູດ​ວັດທະ​ນະທຳ​ຕ່າງໆ​ແລະການ​ທ່ອງ​ທ່ຽວ​ມາ​ຊອກ​ຮູ້ໄຫ​ຫຼຳ,​ຊອກ​ຮູ້ຈີນ.

ໃນ​ຊຸມປີ​ມໍ່ໆ​ມາ​ນີ້,ການ​ຮຽນ​ພາ​ສາ​ຈີນ​ໄດ້​ກາຍ​ເປັນ​ກະ​ແສ​ຮ້ອນ​ຢູ່​ອິນ​ໂດ​ເນ​ເຊຍ,ປີ​ນີ້,ອິນ​ໂດ​ເນ​ເຊຍ​ຍັງ​ຈະ​​ເປີດ​ໂຮງ​ຮຽນ​ທີ່​ສອນ​ດ້ວຍ​ພາສາ​ຈີນ​ເປັນ​ຕົ້ນຕໍ​ຄືນ​ໃໝ່.

ໃນ​ເດືອນ​ກັນຍາ​ປີ 2007,ທ່ານ​ລານ​ລີ້​ຈູ້​ນ ​ເອກ​ອັກຄະ​ລັດຖະ​ທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ໄດ້​ຕາງ​ໜ້າ​ຫ້ອງ​ການ​ສອນ​ພາ​ສາ​ຈີນ​ແຫ່ງ​ຊາດຈີນ​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ສ້າງ​ສະ​ຖາ​ບັນ​ຂົງຈື້​ກັບ​ສູນ​ສອນ​ພາສາ​ຈີນ​ຈາ​ກາກ​ຕາ,ມະຫາ​ວິທະ​ຍາ​ໄລ​ສ້າງ​ຄູ​ໄຫ​ຫຼຳ​ແມ່ນ​ມະຫາວິທະຍາ​ໄລ​ຮ່ວມ​ມື​ຝ່າຍ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>