ຫວຽດ​ນາມ​ຫວັງ​ໃຫ້​ຈີນ​ເຂົ້າ​ຮ່ວມ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ພາກ​ເໜືອ​ຫວຽດນາມ

(GMT+08:00) 2008-06-29 19:12:13 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 28 ມິຖຸນາ​ນີ້,​ໃນ​ເວລາ​ທ່ານ​​ຫງວ​ນ​ແຖນ​ປຽນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາ​ຫະກຳ​ການ​ຄ້າ​ຫວຽດນາມທີ່​ພວມ​ຢ້ຽມຢາມ​ຈີນ​ພົບ​ປະ​ກັບ​ທ່ານ​​ເສີນ​ອູ ຮອງ​ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວງ​ຊີ​ຈີນ,ທ່ານ​ກ່າວ​ວ່າ,ຝ່າຍ​ຫວຽດນາມ​ຍິນ​ດີ​ທີ່​ສຸດ​ທີ່ລົງທຶນ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຂອງ​ພາກ​ເໜືອ,​ແລະ​ຫວັງ​ໃຫ້​ຝ່າຍ​ຈີນ​ເຂົ້າ​ຮ່ວມ.

ທ່ານ​ຫງວນ​ແຖນ​ປຽນ​ກ່າວ​ວ່າ,ຫວຽດນາມ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ບົດບາດ​ຂອງ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ຫວຽດນາມ,​ແລະ​ພວມ​ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງແຂວງ​ທີ່ຢູ່​ເຂດ​ຊາຍ​ແດນ​ຫວຽດນາມ​ກັບ​ເຂດ​ກວງ​ຊີ.

ທ່ານ​ເສີນ​ອູ​ກ່າວ​ວ່າ,ປະຈຸ​ບັນ,​ເຂດ​ກວງ​ຊີ​ພວມ​ເລັ່ງລັດ​ດຳ​ເນີນ​ການ​ສ້າງສາ​ສິ່ງ​ກໍ່ສ້າງ​ຄົມມະ​ນາ​ຄົມ,ນອກ​ຈາກ​ທາງບົກ​ແລ້ວ,ຍັງ​ພວມ​ພິຈາລະນາ​ການ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ດ້ານ​ທ່າ​ກຳ​ປັ່ນ.

ຫວຽດ​ນາມ​ໄດ້​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 1 ​ໃນ​ອາ​ຊຽນຂອງ​ເຂດ​ກວງ​ຊີ​ໃນ 9 ປີ​ລຽນຕິດ​ແລ້ວ.ປີ 2007,ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນລຸ 2 ຕື້ 380 ລ້ານ​ໂດ​ລາ.ສ່ວນ​ໃນ 5 ​​ເດືອນ​ທຳ​ອິດປີ​ນີ້​ມີ 1 ຕື້ 560 ລ້ານ​ໂດ​ລາ,ເພີ່ມ​ຂຶ້ນ 15,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ​ກາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>