ທ່ານ​ຢາງ​ເຈ​ຊືພົບ​ປະ​ເຈລະຈາ​ກັບ​ນາງ​ໄລ​ສ໌

(GMT+08:00) 2008-06-30 15:54:33 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ29ມິຖຸນາ​ນີ້ ຢູ່​ຫໍ​ຮັບ​ແຂກ​ເມືອງຕ້ຽວ​ອີ​ໄທ​ທີ່​ປັກ​ກິ່ງ ທ່ານ​ຢາງ​ເຈ​ຊື ​ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະເຈລະຈາ​ກັບນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທດອາ​ເມ​ລິ​ກາ.

ທ່ານ​ຢາງ​ເຈ​ຊືຕີ​ລາຄາຢ່າງ​ຕັ້ງໜ້າ​ຕໍ່​ຄວາມ​ຄືບ​ໜ້າຫຼວງ​ຫຼາຍຂອງ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ທີ່​ໄດ້​ຮັບ​ໃນ​ຫຼາຍ​ປີ​ມາ​ນີ້,ຫວັງ​ໃຫ້​ສອງ​ຝ່າຍ​ກຳ​ທິດ​ຂະຫຍາຍຕົ້ນຕໍ​ຂອງ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ,​ແກ້​ໄຂ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ​ແລະ​ບັນຫາທີ່​ອ່ອນ​ໄຫວຢ່າງ​ເໝາະ​ສົມ,ຊຸກຍູ້​ໃຫ້ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງຕໍ່ເນື່ອງ​​ແລະ​ໝັ້ນທ່ຽງ.

ນາງ​ໄລ​ສ໌ກ່າວ​ວ່າ,ການ​ພົວພັນ​ອາ​ເມ​ລິ​ກາ​ຈີນ​ມີ​ພື້ນຖານ​ໝັ້ນຄົງ​ແລະມີ​ລັກສະນະ​ສ້າງສັນ.ອາ​ເມ​ລິ​ກາ​ຍິນ​ດີ​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ກັບ​ຈີນ,ພ້ອມ​ກັນ​ແກ້​ໄຂ​ບັນຫາ​ແລະ​ການ​ທ້າ​ທາຍ​ໃນ​ທົ່ວ​ໂລກ.

​ໃນບັນຫາ​ໄຕ້​ຫວັນ,ທ່ານ​ຢາງ​ເຈ​ຊື​ໄດ້​ບັນ​ລະຍາຍ​ນະ​ໂຍບາຍ​ແລະ​ຫຼັກ​ໝັ້ນຂອງ​ລັດຖະບານ​ຈີນ​ໃນ​ບັນຫາ​ໄຕ້​ຫວັນ​ໃຕ້​ສະພາບ​ການ​ໃໝ່​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ,ຫວັງ​ໃຫ້​ອາ​ເມ​ລິ​ກາ​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ,​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ຢ່າງ​ເໝາະ​ສົມ.ນາງ​​ໄລ​ສ໌ກ່າວ​ຢ້ຳວ່າ​ອາ​ເມ​ລິ​ກາ​ຄັດຄ້ານ"​ໄຕ້​ຫວັນ​ເປັນ​ເອກະລາດ",ຫວັງ​ໃຫ້ການ​ພົວພັນ​ສອງ​ຝັ່ງ​ໄດ້​ຮັບ​ການ​ປັງ​ປຸງ​ໃຫ້​ດີ​ແລະ​ຂະຫຍາຍ​ຕົວ​ຕໍ່​ໄປ.

ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ,ທ່ານ​ຢາງ​ເຈ​ຊືກ່າວ​ວ່າ,ການ​ເຈລະຈາ6ຝ່າຍ​ແລະ​ຂະ​ບວນການ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ​ໄດ້​ຮັບ​ຄວາມ​ຄື​ບໜ້າ​ທີ່​ສຳຄັນ.ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ທຳ​ຄວາມ​ພະຍາຍາມ,ຊຸກຍູ້​ໃຫ້ຂະ​ບວນການ​ເຈລະຈາ6ຝ່າຍກ້າວ​ສູ່​ໄລຍະ​ໃໝ່.ນາງ​ໄລ​ສ໌ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບົດບາດ​ສຳຄັນ​ຂອງ​ຈີນ,ຍິນ​ດີ​ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>