ຈີນປະ​ທ້ວງ​ຢ່າງ​ເຄັ່ງຂຶມ​ຕໍ່​ສະມາຊິກສະພາຂອງ​ຍີ່ປຸ່ນ​ໄປ​"​ສຳ​ຫຼວດທາງ​ອາກາດ"ຢູ່​ເກາະ​ດ້ຽວຢູ

(GMT+08:00) 2008-07-01 16:20:07 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິ​ນ​ຮວາ:ວັນ​ທີ30 ມິຖຸນາ​​ແລ້ວນີ້,ຜູ່​ຮັບຜິດຊອບ​ກົມອາຊີ​ຂອງ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນຮຽກ​ເຈົ້າ​ໜ້າ​ທີ່​ຂອງ​ສະຖານທູດ​ຍີ່ປຸ່ນ​ປະຈຳ​ຈີນ,​ເຂົ້າ​ພົບ​ເພື່ອປະ​ທ້ວງ​ຝ່າຍ​ຍີ່ປຸ່ນ​ບໍ່​ເອົາ​ຫົວ​ຊາ​ຕໍ່​ການ​ຕໍ່​ວ່າ​ຕໍ່​ຂານແລະ​ຄັດຄ້ານ​ຢ່າງ​ເຄັ່ງຂຶມຂອງ​ຈີນ,ປ່ອຍ​ໃຫ້​ສະມາຊິກ​ລັດຖະສະພາ​ຈຳນວນໜຶ່ງ​ໄປ"ສຳ​ຫຼວດທາງ​ອາກາດ"ຢູ່​ເທິງນ່ານ​ຟ້າ​ຂອງ​ເກາະ​ດ້ຽວຢູ.

ຜູ່​ຮັບຜິດຊອບ​ຜູ່​ນີ້​ກ່າວ​ເນັ້ນ​ວ່າ,​ເກາະ​ດ້ຽວຢູ​ແມ່ນ​ຜືນ​ແຜ່ນດິນ​ຂອງ​ຈີນ​ແຕ່​ບູຮານ​ມາ​ແລ້ວ,ຈີນ​ມີ​ອະທິປະ​ໄຕ​ທີ່​​ໂຕ້ຖຽງ​ບໍ່​ໄດ້​ຕໍ່​ເກາະ​ນີ້,ຮຽກຮ້ອງ​ໃຫ້​ຝ່າ​ຍຍີ່ປຸ່ນ​ຢຸດຕິ​ການ​ເຄື່ອນ​ໄຫວ​ທີ່​ລ່ວງ​ລະ​ເມີ​ດອະທິປະ​ໄຕ​ຂອງ​ຈີນ,​ແລະບໍ່​ໃຫ້​ມີເຫດ​ການ​ຄ້າຍ​ຄື​ກັນ​ນີ້​ເກີດ​ຂຶ້ນ​ອີກ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>