ອາ​ສາ​ສະ​ໝັກ​ໃນ​ຕົວ​ເມືອງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ເລີ່​ມ​ເຮັດ​ວຽກ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ນີ້

(GMT+08:00) 2008-07-01 18:15:06 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິ່ຮວາ: ວັນ​ທີ 30 ມິຖຸນາ​ນີ້, ຫ້ອງການ​ທີ່​ບໍລິການ​ຂອງ​ອາສາ​ສະໝັກ​ໃນ​ຕົວ​ເມືອງ​ຂອງ​ງານ​ກິລາ​ໂອ​ລິ​ມປິກປະກາດ​ວ່າ, ອາສາ​ສະໝັກ​ໃນ​ຕົວ​ເມືອງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເລີ່​ມປະຕິບັດ​ວຽກ​ງານແຕ່​ວັນ​ທີ 1 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ.


ນັບ​ແຕ່​ວັນ​ທີ 1 ກໍລະກົດ​ນີ້​ເປັນ​ຕົ້ນ​ໄປ, ອາສາ​ສະໝັກ​ໃນ​ຕົວ​ເມືອງ 4​ ​ແສນ​ກວ່າ​ຄົນຈະ​ເລີ່​ມ​ໃຫ້ການ​ບໍລິການຢູ່​ສະຖານ​ທີ່ 500 ​ແຫ່ງ​ຢູ່​ປັກ​ກິ່ງ​, ​ສະໜອງ​ການ​ບໍລິການ​ຕ່າງໆ, ​ເຊັ່ນ: ຂໍ້​ມູນ​ຂ່າວສານ, ບໍ​ລິ​ການຮັບ​ມື​ກັບ​ສະພາບ​ສຸກເສີນ,​ແປ​ພາ​ສາ​ແລະ​ວຽກ​ອື່ນໆ​ຮັບ​ໃຊ້ສະມາຊິກ​ຄອບຄົວ​​ໃຫຍ່​ຂອງ​ງານ​ກິລາ​ໂອ​ລິ​ມປິກ, ​ນັກ​ຂ່າວຈີນ​ແລະ​ຕ່າງປະ​ເທດ, ຜູ້​ຊົມ, ນັກ​ທ່ອງ​ທ່ຽວ​ແລະ​ປະຊາຊົນ​ນະຄອນ​ຫຼວງ.


ເວລາ​ໃຫ້​ບໍລິການ​ຂອງ​ອາສາ​ສະໝັກ​ໃນ​ຕົວ​ເມືອງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​​ເລີ່​ມ​ແຕ່​ວັນ​ທີ 1 ກໍລະກົດ​ຫາ​ວັນ​ທີ 8 ຕຸລາປີ​ນີ້, ທັງ​ໝົດ 100 ວັນ. ​ແຕ່​ລະ​ມື້, ​ເຂົາ​ເຈົ້າ​ຈະ​ບໍລິການ 8 ຊົ່ວ​ໂມງ, ​ໃນ​ໄລຍະ​ພິ​ເສດຍັງຈະ​ບໍລິການ 24 ຊົ່ວ​ໂມງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>