ທວນ​​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສຳ​ເລັດ​ການ​ສົ່ງ​ຕໍ່​ຢູ່​ຢຽນອ່ານ

(GMT+08:00) 2008-07-02 16:12:34 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ຕອນ​ເຊົ້າ​ວັນ​ທີ2 ກໍລະກົດ​ນີ້,ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ສຳ​ເລັດ​ການ​ສົ່ງ​ຕໍ່​ຢູ່​ເມືອງ​ຢຽນອ່ານ ​ແຂວງ​ສ້າ​ນຊີ​ຈີນ.

ການ​ສົ່ງ​ຕໍ່​ທວນ​ໄຟ​ອອກ​ເດີນທາງ​ຈາກ​ສະຖານ​ທີ່​ເດີມ​ຂອງການ​ປະ​ຕິວັດ​ສວນ​ໝາກທັນ​ຈີນ​ຂອງ​ຢານອ່ານ,​ໄລຍະ​ທາງ​ສົ່ງ​ຕໍ່​ຍາວ6ກິ​ໂລ​ແມັດປາຍ.​ໃນ​ເວລາ8​ໂມງ​12ນາທີ​ຕອນ​ເຊົ້າ,ທ່ານ​ລິວ​ທ່ຽນ​ຢິ້ວ ​​​​ເຊິ່ງ​ເປັນທະຫານ​ແດງ​ເກົ່າ​ທີ່​​ເຄີຍ​ເຂົ້າ​ຮ່ວມ"​ເດີ​ນທັບ​ທາງ​​ໄກໝື່ນ​ຫຼີ"​ໃນ​ຖານ​ະເປັນ​ນັກ​ສົ່ງ​ຕໍ່​ທວນ​​ໄຟ​ຜູ່​ທຳ​ອິດ​​ໄດ້ໄຂ​ສາກທີ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ສົ່ງ​ຕໍ່​ຢູ່"​ແດນ​ສັກສິດ​ຂອງການ​ປະຕິວັດ"ຢຽນອ່ານ.

ຕໍ່​ຈາກ​ນັ້ນ,ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ຜ່ານ​ບ່ອນ​ທີ່​ເປັນສັນຍາ​ລັກ​ຕ່າງໆ​ຄືຫໍ​ລະ​ລຶກຖະ​ແຫຼ​ງຂ່າວ​ຢຽນອ່ານ,ຂົວ​ໃຫຍ່​ແມ່​ນ້ຳ​ຢຽນ​ເຮີ,ພູບາ​ວຖາ​ເປັນຕົ້ນ,ທ່ານ​ວາງ​ຊີ່​ລິນ ຜູ່​ສົ່ງ​ຕໍ່​ທວນ​ໄຟ​ສຸດ​ທ້າຍ​ໃນ​ມື້​ດຽວກັນຕໍ່​​ໄຟ​ໃສ່ຈານ​ໄຟ​ສັກສິດ​ຢູ່​ໜ້າ​ສະໜາມ​ຫຼວງ​ບູຊາ​ສຸສານ​ຮວາງ​ເຕ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>