ຜູ່ຟັງທີ່ໄດ້ລາງວັນທີ່1ຂອງcri​ຍ້ອງຍໍ​ສະຖານ​ທີ່​ແຂ່ງ​ເຮືອ​ໃບ​ໂອ​ລິ​ມປິກ​ຊິ່ງຕາວ​

(GMT+08:00) 2008-07-02 16:44:26 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ2 ກໍລະກົດ​ນີ້,ຜູ່​ຟັງທີ່​ໄດ້​ລາງວັນທີ1​ໃນ​ການ​ເສັງ​ຄວາມຮູ້​ ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິ​ກປັກ​ກິ່ງ​ຂອງcri​ ​​ໄດ້​ທ່ຽວ​ຊົມ​ສະຖານ​ທີ່​ແຂ່ງຂັນ​ເຮືອ​ໃບ​ໂອ​ລິ​ມປິກ​​ຢູ່​ຊິ່​ງຕາວ ​ເມືອງ​ແຄມທະ​ເລທາງ​ຕາ​ເວັນ​ອອກ​ຂອງ​ຈີນ,​ແລະ​ຕີ​ລາຄາ​ ​ໃນ​ລະດັບ​ສູງ.

ທ່ານ​ບຸນ​ເຕັງ ວົງ​ໄຊ​ ຜູ່ຟັງຂອງ​ລາວ​ກ່າວ​ວ່າ,ຫ້ອງພັກ​ຂອງ​ນັກ​ກິລາ​ຂອງບ້ານ​ໂອ​ລິມປິກທັງ​ກ້າວ​ໜ້າ​ແລະ​ສະດວກ,ທ່ານ​ບໍ່​ເຄີຍ​ເຫັນ​ບ້ານ​ໂອ​ລິ​ມປິກ​ສວຍ​ງາມ​ຄື​ແນວ​ນີ້​.ທ່ານ​ເຫັນ​ວ່າ,ວຽກ​ງານ​ກະກຽມ​ຂອງ​ການ​ແຂ່ງຂັນ​ເຮືອ​ໃບ​ແມ່ນ​​ຄົບ​ຖ້ວນບໍລິບູນ.

ທ່ານ​ໂລ​ເບີໂຕ ຄາ​ໂລ​ສ ອານວາ​ເຣສ ກາ​ໂລ​ໂຊ ຜູ່​ຟັງ​ອາ​ເມ​ລິ​ກາ​ກໍ່​ກ່າວ​ວ່າ,ຫ້ອງ​ພັກ​ນັກ​ກິລາຂອງ​ບ້ານ​​ໂອ​ລິ​ມປິກຢູ່​ທີ່​ນີ້ມີ​ເຄື່ອງ​ປະກອບ​ອັນ​ຄົບ​ຖ້ວນ, ອາສາ​ສະໝັກ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ຕ້ອນຮັບ​ກໍ່ມີ​ຄວາມ​ກະຕືລື​ລົ້ນຫຼາຍ.

ເນື້ອ​ທີ່​ຂອງ​ສູນ​​ເຮືອ​ໃບ​ໂອ​ລິ​ມປິກ​ມີ45​ເຮັກຕາ,ລວມທັງ​ສິ່ງ​ກໍ່ສ້າງ​ຕ່າງໆ​ຄືບ້ານ​ໂອ​ລິ​ມປິກ,ສູນ​ນັກ​ກິລາ,ສູນສື່​ມວນ​ຊົນ​ແລະສູນອຳນວຍ​ຄວາມ​ສະດວກ.ການ​ແຂ່ງຂັນ​ເຮືອ​ໃບຂອງງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ29​ແລະ​ງານກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງ​ທີ13ຈະ​ຈັດ​ຂຶ້ນ​ຢູ່​ແຫ່ງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>