ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ກ່າວ​ປາຖະກະຖາກ່ຽວ​ກັບ​ການ​ພົວພັນ​​ຈີນ​ອາ​ເມ​ລິ​ກາ

(GMT+08:00) 2008-07-03 15:32:45 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ1 ກໍລະກົດນີ້,​ໂດຍ​ຕອບສະໜອງ​ຄຳ​ເຊີນ,ທ່ານ​ໂຈ່ວ​ເວິນຈົ້ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ໄດ້​ກ່າວ​ປາຖະກະຖາກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາຢູ່​ມະຫາວິທະຍາ​ໄລ​​ແມຣີ​ແລນ.

ທ່ານ​ໂຈ່​ວ​ເວິນຈົ້ງ​ກ່າວ​ວ່າ,​ໃນ​ຫຼາຍ​​ປີ​ມາ​ນີ້,ການ​ພົວພັນ​ຮ່ວມ​ມື​ລັກສະນະ​ສ້າງ​ສັນລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​​ໄດ້ຮັກສາ​ທ່ວງທ່າ​ຕັ້ງໜ້າ​ທີ່​ຂະຫຍາຍຕົວ​ຢ່າງ​ໝັ້ນ​ທ່ຽງ,​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ສອງ​ປະ​ເທດ​ຮັກສາການ​ຕິດ​ຕໍ່​ພົວພັນ​ຢ່າງ​ສະໜິດ​​ແໜ້ນ,ກົນ​ໄກ​ສົນທະນາ​ຍຸດ​ທະ​ສາດ​ເພີ່ມ​ທະວີ​ຢ່າງບໍ່​ຢຸດ​ຢັ້ງ,ສອງ​ປະ​ເທດ​​ໄດ້ຮັກສາ​ການຕິດ​ຕໍ່​ແລະ​ປະສານ​ງານ​ກັນ​ຢ່າງ​ໃກ້​ຊິດ​ໃນບັນຫາ​ສາກົນ​ແລະ​ພາກ​ພື້ນ​ຄື​ນິວ​​ເຄຼຍ​ແຫຼມ​ເກົາຫຼີ,ນິວ​ເຄຼຍອີຣານ,​ເຂດ​ດາ​ຟູ​ຂອງ​ຊູ​ດັງ​ເປັນ​ຕົ້ນ,​ໄດ້​ຮັກ​ສາ​ແລະ​ຊຸກຍູ້​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນອາຊີ​ປາຊີ​ຟິກກໍ​ຄື​ຂອງໂລກ.

ທ່ານ​ຊີ້​ອອກ​ວ່າ,ກ່ຽວ​ກັບ​ບັນຫາ​ທີ່ປະກົດ​ເຫັນ​ໃນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ,ສອງ​ຝ່າຍ​ຕ້ອງ​ໂຄ​ລົບ​ເຊິ່ງກັນ​ແລະ​ກັນ,ປະຕິບັດ​ຕໍ່​ກັນ​ຢ່າ​ງສະ​ເໝີ​ພາບ,ສະ​ແຫວ​ງຫາ​ອັນ​ຄື​ກັນ​ແຕ່​ສະຫງວນ​ອັນ​ຕ່າງ​ກັນ​ໄວ້,​ແກ້​ໄຂຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ສົນທະນາ​ແລະ​ເປິກສາຫາລື.

ທ່ານ​ໂຈ່​ວ​ເວິນຈົ້ງ​ກ່າວ​ວ່າ,ຫວ່າງ​ມໍ່ໆ​ນີ້,ສະພາບ​ການ​ໄຕ້​ຫວັນ​ໄດ້​ມີ​ການ​ປ່ຽນ​ແປງ​​ໄປ​ໃນ​ທາງ​ທີ່​ດີ,ການ​ພົວພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ມີ​ທ່ວງທ່າ​ຂະ​ຫວາຍ​ຕົວຢ່າງ​ດີງາມ,​ແຕ່​ວ່າ​ຫຼັກການ​ຈີນ​ດຽວປ່ຽນ​ແປງ​ບໍ່​ໄດ້.ຫວັງ​ໃຫ້​ອາ​ເມ​ລິ​ກາ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ຍຶດໝັ້ນ​ນະ​ໂຍບາຍ​ຈີນດ​ຽວ,​ໂຄລົບ​3ປະກາດ​ແຈ້ງ​ການ​ຮ່ວມ​ກັນລະຫວ່າງ​ຈີນ​ກັບ​ອ​າ​ເມ​ລິ​ກາ,ຄັດຄ້ານ"​ໄຕ້ຫວັນ​ເປັນ​ເອກະລາດ",​​ແລະແກ້​ໄຂ​ບັນຫາ​ໄຕ້​ຫວັນ​ຢ່າງ​ລະມັດລະວັງ​ແລະ​ເໝາະ​ສົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>