ທ່ານຕູ້ຊີງລີນພົບປະຜູ້ຕາງໜ້າສ່ວນຕົວຂອງດາໄລລາມະ
(GMT+08:00) 2008-07-03 18:26:00 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ: ຫວ່າງມໍ່ໆນີ້, ຢູ່ທີ່ປັກກິ່ງ, ທ່ານຕູ້ຊີງລີນ ຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ, ຫົວໜ້າຄະນະແນວໂຮມເອກະພາບສູນກາງພັກກອມມູນິດຈີນໄດ້ພົບປະທ່ານໂລດີແລະທ່ານເຄນສາງໄກເຊັນ ຜູ້ຕາງໜ້າສ່ວນຕົວຂອງດາໄລລາມະ.
ທ່ານຕູ້ຊີງລີນກ່າວເນັ້ນວ່າ, ນະໂຍບາຍຂອງສູນກາງທີ່ມີຕໍ່ດາໄລລາມະແມ່ນສະເໝີຕົ້ນສະເໝີປາຍແລະແຈ່ມແຈ້ງ. ປະຕູແຫ່ງການສົນທະນາໄດ້ເປີດຕະຫຼອດ. ດາໄລລາມະຖ້າຢາກຫວັງເຮັດເລື່ອງທີ່ມີຜົນດີຕໍ່ປະເທດຊາດ, ຊົນຊາດ, ແລະປະຊາຊົນຕິເບດໃນຍາມຍັງມີຊີວິດຢ່າງແທ້ຈິງ, ກໍຄວນໃຫ້ຄຳໝັ້ນສັນຍາຢ່າງເປີດເຜີຍແລະແຈ່ມແຈ້ງ, ແລະໃຊ້ການກະທຳຕົວຈິງບໍ່ສະໜັບສະໜູນການກະທຳທີ່ທຳລາຍງານກິລາໂອລິມປິກປັກກິ່ງ, ບໍ່ສະໜັບສະໜູນວາງແຜນແລະປຸກປັ່ນອາຊະຍາກຳດ້ວຍຄວາມຮຸນແຮງ, ບໍ່ສະໜັບສະໜູນແລະຈຳກັດການກໍ່ການຮ້າຍດ້ວຍຄວາມຮຸນແຮງຂອງ"ສະຫະພັນຊາວໜຸ່ມຕິເບດ"ຢ່າງແທ້ຈິງ, ບໍ່ສະໜັບສະໜູນເຈດຈຳນົງແລະການເຄື່ອນໄຫວທັງໝົດທີ່ສະແຫວງຫາ"ຕິເບດເປັນເອກະລາດ"ແລະ"ແບ່ງແຍກປະເທດຊາດ".
ທ່ານຈູ່ເວີຍຊຸນ ຮອງຫົວໜ້າປະຈຳການແລະທ່ານສື່ທາ ຮອງຫົວໜ້າຄະນະແນວໂຮມເອກະພາບສູນກາງພັກໄດ້ໂອ້ລົມກັບທ່ານໂລດີແລະທ່ານເຄນສາງໄກເຊັນ, ໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາລະອຽດຈຳນວນໜຶ່ງ. ພວກທ່ານຊີ້ອອກວ່າ, ຖ້າຝ່າຍດາໄລລາມະມີການກະທຳທີ່ຕັ້ງໜ້າແລ້ວ, ກ່ອນທ້າຍປີນີ້, ຍັງສາມາດຈັດການພົວພັນປຶກສາຫາລືອີກເທື່ອໜຶ່ງ. ທ່ານໂລດີແລະທ່ານເຄນສາງໄກເຊັນໄດ້ສະເໜີຄວາມຄຶດກ່ຽວກັບບາງບັນຫາ, ແລະກ່າວວ່າ, ຈະລາຍງານສະພາບການຕິດຕໍ່ພົວພັນເທື່ອນີ້ໃຫ້ດາໄລລາມະຊາບ.
ໃນໄລຍະຢູ່ປັກກິ່ງ, ທ່ານໂລດີພ້ອມດ້ວຍຄະນະຍັງໄດ້ທ່ຽວຊົມສະໜາມກິລາໂອລິມປິກປັກກິ່ງບາງແຫ່ງ, ແລະສົນທະນາກັບນັກຄົ້ນຄວ້າບັນຫາຕິເບດທີ່ຢູ່ປັກກິ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ