ນາງ​ເຈີ້ງ​ເຈ​ເສຍ​ໄຊ​ໃນ​ການ​ແຂ່ງ​ຂັນ​ເທັນ​ນິສ​ໂອ​ເພັນ​ວິມ​ໂບ​ດັນ​ຮອບ​4​ຄົນ​ສຸດ​ທ້າຍ

(GMT+08:00) 2008-07-04 17:19:01 cri
-----------------------------------------------------------------------------------------------------------------

ນາງເຈີ້ງເຈໃນການແຂ່ງຂັນ

ຕາມ​ຂ່າວສານ​ຊິນ​ຮວາ, ​ໃນ​ການ​ແຂ່ງຂັນ​ເທັນ​ນິສຍິງ​ດ່ຽວ​ຮອບ​4ຄົນສຸດທ້າຍ​ຂອງ​ໂອ​ເພັນ​ວິມ​ໂບ​ດັນ2008​ທີ່​ດຳ​ເນີນ​ໃນ​ວັນ​ທີ3​ກໍລະກົດ​ນີ້​ຕາມ​ເວ​ລາ​ອັງ​ກິດ,​ນາງ​ເຈີ້ງ​ເຈ ນັກ​ກິລາ​ຈີນ​ທີ່​ເຂົ້າ​ຮອບ​4ຄົນສຸດທ້າຍ​ເປັນ​ຄັ້ງ​ປະຫວັດ​ສາດ​ໄດ້ເສຍ​ໃຫ້​ນາງ​ເຊເຣ​ນາ​ວີນ​ລຽມ​ສ໌ ນັກ​ກິ​ລາ​ອາ​ເມ​ລິ​ກາ​ທີ່​ເຄີຍ​ໄດ້​ຮັບ​ແຊມ​ປຽນຂອງ​ເທັນ​ນິສ​ໂອ​ເພັນ​ວິມ​ໂບດັນ​ສອງ​ເທື່ອ ນັກ​ກິລາ​ເກັ່ງ​ອັນ​ດັບ​ທີ6​ຂອງ​ການ​ແຂ່ງຂັນ​ເທື່ອ​ນີ້,​ແລ້​ວບໍ່​ໄດ້​ເຂົ້າ​ຮອບ​ຊີງ​ຊະນະ​ເລີດ.

ນາງເຊເຣນາວິລຽມສ໌ ຄູ່ແຂ່ງຂອງນາງເຈີ້ງເຈ

ເຖິງ​ແນວ​ນັ້ນ​ກໍ​ຕາມ,​ແຕ່​ໃນ​ການ​ແຂ່ງຂັນ​​ເທື່ອ​ນີ້,ນາງ​ເຈີ້​ງ​ເຈ​ຍັງ​ຄົງ​ໄດ້​ສ້າງ​ປະ​ຫວັດສາດ.ຄື​ນາງ​ຊິງ​ເຂົ້າ​ຮອບ​4ຄົນສຸດທ້າຍ,​ເຊິ່ງ​ເທົ່າ​ກັບ​ຜົນ​ງານ​ດີ​ທີ່​ສຸດຂອງ​ນັກ​ກິລາ​ອາຊີ​ໃນ​ລາຍການ​ຍິງ​ດ່ຽວ​ຂອງ​ລາຍ​ການ​ແຂ່ງ​ຂັນ​4​ລາຍ​ການ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ຫຼື​ແກຼນສ໌​ແລັມ,​ແລະ​ທັງ​ເປັນ​ນັກ​ກິລາ​ຈີນ​ຜູ່​ທຳ​ອິດ​ທີ່​ເຂົ້າ​ຮອບ​4​ຄົນ​ສຸດ​ທ້າຍ​ໃນ​ລາຍ​ການ​ດ່ຽວ​ຂອງ​ແກຼນສ໌​ແລັມ.

ນາງເຈີ້ງເຈໃນການແຂ່ງຂັນ

ນາງເຈີ້ງເຈໃນການແຂ່ງຂັນ

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>