ສປປ​ເກົາຫລີ​ກ່າວ​ວ່າ, ການ​ເຈ​ລະ​ຈາ 6 ຝ່າຍ​ຕ້ອງ​ປະ​ຕິ​ບັດ​ຕາມ​ຫຼັກ​ການ"ການ​ກະ​ທຳ​ຕໍ່​ການ​ກະ​ທຳ"

(GMT+08:00) 2008-07-04 19:11:22 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 4 ກໍລະກົດ​ນີ້​ຢູ່​ທີ່​ພຽງ​ຢາງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫລີ​​ໃຫ້​ສຳພາດ​ວ່າ, ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫານີວ​ເຄຼຍ​ແຫຼມ​ເກົາຫລີ​ຕ້ອງ​ປະຕິບັດ​ຕາມຫຼັກການ"ການ​ກະທຳ​ຕໍ່​ການ​ກະທຳ". ມີ​ແຕ່​ປະ​ເທດ​ທັງ​ໝົດທີ່​ເຂົ້າຮ່ວມ​ການ​ເຈລະຈາ​ລ້ວນ​ແຕ່​ປະຕິບັດພັນທະ​ຂອງ​ຕົນ​ຢ່າງ​ຖືກຕ້ອງ​ແລ້ວ, ການ​ເຈລະຈາ 6 ຝ່າຍ​ໄລຍະ​ທີ​ສອງ​ຈຶ່ງ​ສາມາດ​ສິ້ນ​ສຸດ​ລົງ​ໄດ້, ການ​ປຶກສາຫາລື​ໃນ​ໄລຍະ​ຕໍ່​ໄປ​ຈຶ່ງ​ສາມາດ​ດຳ​ເນີນ​​​ໄດ້.

ຂ່າວສານ​ສູນ​ກາງ​​ເກົາຫລີ​ລາຍ​ງານ​ວ່າ, ​ໂຄສົກ​ຜູ້​ນີ້​ກ່າວ​ວ່າ, ນັບ​ມາ​ຮອດ​ປັດຈຸບັນ, ການ​ເຊື່ອມ​ສະມັດ​ຕະພາບ​ຂອງ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ​ແຫຼມ​ເກົາ​ຫລີ​ໄດ້​ສຳ​ເລັດ 80% ຂຶ້ນ​ໄປ, ​ແລະ​ໄດ້​ຍື່ນ​ບົດ​ລາຍ​ງານ​ແຜນການ​ນິວ​ເຄຼຍທີ່"ຖືກຕ້ອງ​ຄົບ​ຖ້ວນ", ພ້ອມ​ທັງ​ໄດ້​ລະ​ເບີດ"ທໍ່​ທຳ​ຄວາມ​ເຢັນ"ຂອງ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຢົງ​ປຽນກ່ອນ​ເວລາ​ກຳນົດ, ​ໄດ້​ໃຊ້​ການ​ກະທຳ​ມາສະ​ແດງ​ເຈດ​ຈຳນົງ​ທີ່​​ເຮັດ​ໃຫ້​ແຫຼມ​ເກົາຫລີ​ປອດ​ນິວ​ເຄຼຍ. ​ໃຕ້​ສະຖານະ​ການ​ດັ່ງກ່າວ​ນີ້, ຝ່າຍ​ຕ່າງໆຄວນ​ປະຕິບັດ​ພັນທະ​ຂອງ​ຕົນ​ຢ່າງ​ຊື່ສັດ.

ໂຄສົກ​ຜູ້​ນີ້​ກ່າວ​ວ່າ, ຕາມ​ຖະ​ແຫຼງການ​ຮ່ວມ​ທີ່​ການ​ເຈລະຈາ 6 ຝ່າຍ​ຜ່ານຮັບຮອງ​ໃນ​ວັນ​ທີ 19 ກັນຍາ​ປີ 2005, ການ​ທີ່​ເຮັດ​ໃຫ້​ແຫຼມ​ເກົາຫລີ​ປອດ​ນິວ​ເຄຼຍ​ແມ່ນ​ເອົາ​ການ​ສຳຫຼວດກວດກາ​ເປັນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ. ສະນັ້ນ, ພັນ​ທະ​ຂອງປະ​ເທດທັງໝົດ​ທີ່​ເຂົ້າຮ່ວມ​ການ​ເຈລະຈາ 6 ຝ່າຍ​​ເຊັ່ນ​ອາ​ເມ​ລິ​ກາ​ເປັນຕົ້ນກໍ່​ຄວນ​ຮັບ​ການ​ກວດກາ​ໂດຍ​ຍົກ​ເວັ້ນບໍ່​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>