ຈີນ​ຮຽກຮ້ອງ​ການ​ບິນ​ພົນ​ລະ​ເຮືອນ​ເຮັດ​ວຽກ​ປະ​ກັນ​ຄວາມ​ປອດ​ໄພ​ແລະ​ການ​ບໍ​ລິ​ການ​ໃນ​ຍາມ​ໂອ​ລິມ​ປິກ​ໃຫ້​ດີ

(GMT+08:00) 2008-07-05 17:54:03 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 4 ກໍລະກົດ​ນີ້, ທ່ານ​ລີ​​ເຈ່ຍ​ສຽງ ຫົວໜ້າ​ກົມ​ການບິນ​ພົນລະ​ເຮືອນ​ຈີນ​ຮຽກຮ້ອງ​ໃຫ້ການ​ບິນ​ພົນລະ​ເຮືອນ​ເຮັດ​ວຽກ​ຮັບປະກັນ​ຄວາມ​ປອດ​ໄພ​ແລະ​ກາ​ນບໍລິການ​ໃນ​ຍາມ​ໂອ​ລິ​ມປິກ​ໃຫ້​ດີ, ສ້າງ​ພາບ​ພົດ​​ແລະ​ການ​ບໍລິການ​ຂອງ​ສະໜາມບິນ​ນະຄອນຫຼວງ​ໃຫ້​ດີ.

ໃນ​ພິທີ​ທີ່​ຈັດ​ຂຶ້ນ​ຢູ່​ສະໜາມບິນ​ນະຄອນຫຼວງ​ໃນ​ມື້​ດຽວ​ກັນ, ທ່ານ​ລີ​ເຈ່ຍ​ສຽງ​ກ່າວ​ວ່າ, ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ 2008 ​ໃຫ້​ເປັນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ສີສັນ​ພິ​ເສດ​ແລະ​ມີ​ລະດັບ​ສູງ​ແມ່ນ​ຄຳ​ໝັ້ນສັນຍາ​ອັນ​ເຄັ່ງ​ຂືມຂອງ​ລັດ​ຖະບານ​ແລະ​ປະຊາຊົນ​ຈີນທີ່​ມີ​ຕໍ່​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ; ສ່ວນ​ການ​ສະໜອງການບໍລິການ​ຂົນ​ສົ່ງດ້ານ​ການບິນຢ່າງ​ປອດ​ໄພ, ລຸ​ລ່ວງ, ສະດວກວ່ອງໄວ​ໃຫ້​ແກ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ຄຳ​ໝັ້ນສັນຍາ​ອັນ​ເຄັ່ງຂືມຂອງ​ການບິນ​ພົນລະ​ເຮືອນ​ຈີນ​ທີ່​ມີ​ຕໍ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ. ການບິນ​ພົນລະ​ເຮືອນ​ຈະ​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ດັ່ງກ່າວ​, ​ເຮັດ​ວຽກ​ປະກັນ​ຄວາມ​ປອ​ດ​ໄພ​ແລະ​ການ​ບໍລິການ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>