ຜູ້ແທນການເຈລະຈາລະຫວ່າງປາເລັສຕິນອິສຣາແອນຈະຈັດການເຈລະຈາຢູ່ອາເມລິກາ
(GMT+08:00) 2008-07-06 17:18:30 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິ່ນຮວາ: ວັນທີ 5 ກໍລະກົດນີ້, ທ່ານນາບິວ ອາບູ ຣູເດອິນາ ໂຄສົກຂອງທ່ານມາຮມູດ ອັບບັສ ປະທານອົງການອຳນາດແຫ່ງຊາດປາເລັສຕິນກ່າວວ່າ, ຜູ້ແທນການເຈລະຈາລະຫວ່າງປາເລັສຕິນກັບອິສຣາແອນຈະຈັດການເຈລະຈາຢູ່ນະຄອນວໍຊິງຕັນໃນໄວໆນີ້, ອາເມລິກາກໍ່ຈະສົ່ງເຈົ້າໜ້າທີ່ໄປເຂົ້າຮ່ວມ.
ທ່ານຣູເດອິນາບໍ່ໄດ້ເວົ້າເຖິງເວລາຈັດການເຈລະຈາລະອຽດ. ແຕ່ທ່ານກ່າວວ່າ, ສອງຝ່າຍປາເລັສຕິນອິສຣາແອນກໍ່ຢາກບັນລຸສັນຍາສັນຕິພາບກ່ອນທ້າຍປີນີ້, ດຽວນີ້, ເວລາເຫຼືອບໍ່ຫຼາຍແລ້ວ, ການຈັດການເຈລະຈາເທື່ອນີ້ແມ່ນເພື່ອຊຸກຍູ້ຂະບວນການເຈລະຈາລະຫວ່າງປາເລັສຕິນກັບອິສຣາແອນຢ່າງແຂງແຮງ.
ໃນກອງປະຊຸມສາກົນກ່ຽວກັບບັນຫາຕາເວັນອອກກາງທີ່ຈັດຂຶ້ນຢູ່ອັນນາໂພລິສໃນທ້າຍປີກາຍນີ້, ທ່ານອັບບັສກັບທ່ານເອຮຸດ ໂອເມິດ ນາຍົກລັດຖະມົນຕີອິສຣາແອນປະກາດຟື້ນຟູການເຈລະຈາສັນຕິພາບທີ່ໄດ້ຢຸດມາຫຼາຍປີ, ແລະກ່າວວ່າຈະຍາດແຍ່ງໃຫ້ບັນລຸສັນຍາສັນຕິພາບລາຍໜຶ່ງທີ່ມີເນື້ອໃນກວ້າງຂວາງກ່ອນທ້າຍປີນີ້. ແຕ່ຫຼັງຈາກນັ້ນ, ຂະບວນການເຈລະຈາລະຫວ່າງປາເລັສຕິນກັບອິສຣາແອນມີຄວາມຄືບໜ້າຢ່າງຊັກຊ້າຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ