ຈີນ​ເລີ່​ມຝຶກ​ຊ້ອມ​ການ​ບໍ​ລິ​ການ​ດ້ານ​ອຸ​ຕຸ​ນິ​ຍົມ​ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ

(GMT+08:00) 2008-07-06 18:35:51 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 6 ກໍລະກົດ​ນີ້, ຢູ່​ປັກ​ກິ່ງ​ໄດ້​ເລີ່​ມຝຶກ​ຊ້ອມ​ການ​ບໍລິການ​ດ້ານອຸຕຸນິຍົມ​ໃຫ້​ແກ່​ພິທີ​ໄຂງານ​ກິລາ​ໂອ​ລິ​ມປິກ 2008, ການ​ຝຶກ​ຊ້ອມ​ຈະ​ດຳ​ເນີນ 3 ມື້, ຈຸດປະສົງ​ແມ່ນ​ກວດກາ​ຄວາມ​ສາມາດ​ພະຍາກອນ​ອາກາດ​ຢ່າງລະອຽດ​ແລະ​ລະດັບ​ການ​ບໍລິການ​ໃນ​ພິທີ​ໄຂ​ງານ​ກິລາ​ໂອ​ລິມປິກ.

ໃນ​ໄລຍະ​ຝຶກ​ຊ້ອມ, ຂະ​ແໜງ​ການອຸຕຸ​ນິຍົມ​ຈະ​ແນ​ໃສ່​ດິນ​ຟ້າ​ອາກາດ​ຕົວ​ຈິງ, ຈັດ​ວາງ​ແລະ​ສະ​ໜອງ​ຜະລິດ​ຕະພັນ​ບໍລິການ​ອຸຕຸນິຍົມ​ທີ່​ກ່ຽວຂ້ອງ, ​ແລ້ວ​ສົ່ງ​ໃຫ້​ພາກສ່ວນ​ຕ່າງໆ​​ເຊັ່ນ​ສູນ​ບັນຊາ​ການ​ແຂ່ງຂັນ​ຂອງ​ຄະນະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນຕົ້ນ, ​ແລະ​ຝຶກ​ຊ້ອມ​ການ​ຮັບ​ມື​ກັບ​ດິນ​ຟ້າ​ອາກາດ​ທີ່​ມີ​ຜົນ​ສະທ້ອນ​ສູງ​ທີ່​ອາດ​ຈະ​ເກີດ​ຂຶ້ນ ​ແລະ​ຝຶກ​ຊ້ອມ​ການ​ໄລ່​ເມກ​ບໍ່​ໃຫ້​ຝົນຕົກ​.

ກ່ອນ​ໜ້າ​ນີ້, ​ເຈົ້າໜ້າ​ທີ່​ກົມ​ອຸຕຸນິຍົມ​ຈີນ​ເຄີຍ​ກ່າວ​ວ່າ, ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຝົນຕົກ​ໜັກ​ໃນ​ມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ຢູ່​ບໍ່​ຮອດ 10%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>