ແມ່ຍິງ​​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂອງ​ຕິ​ເບ​ດ

(GMT+08:00) 2008-07-07 17:35:06 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ7ກໍລະກົດ​ນີ້ ກອງ​ປະຊຸມ​ຜູ່​ແທນ​ແມ່ຍິງ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດຄັ້ງທີ8​ໄດ້​ໄຂ​ຂຶ້ນຢູ່​ເມືອງ​ລາຊາ ​ເທດສະບານ​ເຂດ​ຕິ​ເບ​ດ,ກອງ​ປະຊຸມ​ໄດ້​ຢືນຢັນ​ຢ່າງ​ເຕັມທີ່​ຕໍ່​ຜົນງານ​ພັດທະນາ​ຂອງ​ພາລະກິດ​ແມ່​ຍິງ​ແລະ​ເດັກນ້ອຍ​ຕິ​ເບ​ດ​ໃນ5ປີຜ່ານມາ​ນີ້.

​ແມ່ຍິງອັນ​ໄພສາ​ນກວມຍອດຈຳນວນຜູ່​ອອກ​ແຮງ​ໃນ​ທົ່ວ​​ເຂດ​ຕິ​ເບ​ດຫຼາຍ​ກວ່າ60%,​ແມ່ນ​ກຳລັງ​ແກນ​ກາງ​ທີ່​ຊຸກຍູ້​ໃຫ້​ເສດຖະກິດ​ຕິ​ເບ​ດຈາກ​ກາ​ນພັດທະນາ​ຢ່າງ​ວ່ອງ​ໄວ​ຫັນ​ເປັນ​ການ​ພັດທະນາ​ແບບກ້າວ​ກະ​ໂດດ,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ.

​ໃນ5​ປີຜ່ານມາ​ນີ້,ສະຫະພັນ​ແມ່ຍິງ​ທຸກຂັ້ນຂອງ​ຕິ​ເບ​ດ​ໄດ້​ຈັດ​ຊຸດ​ອົບຮົມ​ເຕັກ​ນິກ​ທີ່​ໃຊ້​ຕົວ​ຈິງ​ກ່ຽວ​ກັບ​ກະສິກຳ​ແລະ​ການ​ລ້ຽງສັດ ຊຸດ​ອົບຮົມ​ວິຊາ​ການ​ປະ​ເພດ​ຕ່າງໆ ​ແລະ​ຊຸດ​ອົບຮົມຊ່າງ​ຫັດຖະກຳ​ຊົນ​ເຜົ່າ​ຕິ​ເບ​ດ,​ໄດ້​ອົບຮົມ​ແມ່ຍິງ​ຕິ​ເບ​ດ4​ແສນ​ກວ່າ​ເທື່ອ​ຄົນ.

​ແມ່ຍິງ​ອັນ​ໄພສານ​ຍັງ​ເຂົ້າຮ່ວມ​ການ​ຄຸ້ມ​ຄອງ​ວຽກ​ງານ​ຂອງ​ປະ​ເທດ​ແລະ​ ສັງຄົມ​ຢ່າງ​ກວ້າງຂວາງ,ພະນັກງານ​​ເພດ​ຍິງ​ຂອງ​ທົ່ວ​ຕິ​ເບ​ດກວມ​ຍອດ​ຈຳນວນ​ພະນັກງານ 38%,​ໃນ​ໜ່ວຍນຳພາ​ຂັ້ນຕາ​ແສງ ມີ​ພະນັກງານ​ຍິງ80%ຂຶ້ນ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>