ຈີນ​ຈະ​ປະຕິບັດຕາມ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ປະ​ຊາ​ຄົມ​ໂລກ​ຢ່າງ​ເອົາ​ຈິງ​ເອົາ​ຈັງ,​ເດັດ​ດ່ຽວ​ຈັດ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໃຫ້​ດີ

(GMT+08:00) 2008-07-07 17:40:27 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ6ກໍລະກົດນີ້ ຢູ່​ຮົງ​ກົງ ທ່ານ​ສີຈິ້ນ​ພິງ ຮອງ​ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ,ບໍ່​ວ່າ​ຈະ​ພົບ​ພໍ້​ຄວາມ​ຫຍຸ້ງຍາກ​ແລະ​ການ​ທ້າ​ທາຍ​ແນວ​ໃດ,ຈີນ​ກໍ່​ຈະ​ປະຕິບັດຕາມ​ຄຳ​ໝັ້ນສັນຍາ​ຕໍ່​ປະຊາ​ຄົມ​ໂລກ​ຢ່າງ​ເອົາ​ຈິງ​ເອົາ​ຈັງ,ເດັດດ່ຽວ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃຫ້​ດີ.

ຕອນ​ບ່າຍ​ມື້​ດຽວ​ກັນ,ທ່ານ​ສີ​ຈີ້​ນພິງ​ໄດ້​ສຳ​ຫຼວດສະໜາມກິລາ​ຊ່ວງ​ອີ​ເຫີ​ແລະຊ່າ​ທຽນສຳລັບ​ລາຍການ​ແຂ່ງຂັນ​ສິນລະປະຂີ່​ມ້າ​ຂອງງານກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິ​ການ.ທ່ານ​ສີ​ຈິ້ນ​ພິງ​ກ່າວ​ວ່າ,ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ແລະ​ຝ່າຍ​ທີ່​ກ່ຽວຂ້ອງ​ໄດ້ຮັບຜົນງານລະດັບໂລກຢ່າງຫຼວງຫຼາຍ​ໃນ​ກາ​ນກໍ່ສ້າງສະໜາມກິລາ​ລາຍການ​ແຂ່ງຂັນ​ສິນລະປະ​ຂີ່​ມ້າແລະ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງຕ່າງໆຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​,ຊຶ່ງ​ໄດ້​ຮັບ​ຄວາມ​ຢືນຢັນຢ່າງ​ເຕັມທີ່​ແລະ​ການ​ຕີ​ລາຄາ​ໃນ​ລະດັບ​ສູງ​ຈາກ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ແລະ​ສະຫະພັນສິນລະປະ​ຂີ່​ມ້າ​ສາກົນ,ທັງ​ໄດ້​ສະໜອງ​ເງື່ອນ​ໄຂ​ພື້ນຖານ​ອັນ​ດີງາມ​ໃຫ້​ແກ່ການຈັດ​ລາຍການ​ແຂ່ງຂັນ​ສິນລະປະ​ຂີ່​ມ້າ​ຂອງ​ງານ​ກິລາ​ໂອ​ລິ​ມ ປິກ​ປັກ​ກິ່ງ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິ​ການ​ຢ່າງ​ສຳ​ເລັດ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>