ທຸກ​ເມືອງ​ແຂວງ​ຊ່ານ​ຕຸ່ງຈີນ​ກຳ​ນົດ​ໂຮງ​ໝໍ​ສະ​ເພາະ​ເພື່ອ​ງານ​ກິລາ​ໂອ​ລິມ​ປິກ

(GMT+08:00) 2008-07-07 19:50:10 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:ການ​ແຂ່ງ​ຂັນ​ປະ​ເພດ​ເທິງ​ນ້ຳຂອງ​ງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຊີ່​ງຕາວ ​ແຂວງ​ຊ່ານ​ຕຸ່ງ ພາກ​ຕາ​ເວັນ​ອອກ​ຈີນ.​ເພື່ອ​ຮັບປະກັນ​ສຸຂະພາບ​ຂອງ​ນັກ​ກິລາ ຄູ​ຝຶກ ​ເຈົ້າ​ໜ້າ​ທີ່​​ແລະ​ແຂກ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ທີ່​ມາ​ແຂ່ງ​ຂັນ​ແລະ​ທ່ອງ​ທ່ຽວ​ຢູ່​ແຂວງ​ຊ່ານ​ຕຸ່ງ,ຫວ່າງ​ມໍ່ໆ​ນີ້,​ແຂວງ​ຊ່ານ​ຕຸ່ງ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ເມືອງ​ໃນ​ແຂວງກຳນົດໂຮງ​ໝໍ​ສະ​ເພາະ​ເພື່ອງານ​ກິລາ​ໂອ​ລິ​ມປິກ 1 ຮອດ 2 ​ແຫ່ງ,​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ການ​ປິ່ນປົວ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ.

ພະ​ແນ​ກສຸກ​ເສີນ​ຂອງ​ໂຮງ​ໝໍ​ກຳນົດ​ຕ່າງໆ​ຍັງ​ໄດ້​ເລືອກ​ເຟັ້ນ​ແພດ​ໝໍ​ອາວຸ​ໂສ​ທີ່​ມີ​ບົດຮຽນ​ຫຼາຍ​ແລະ​ຮັບຜິດຊອບ​ມາເຮັດ​ວຽກ,ຮັບປະກັນ​ໃຫ້ການ​ບໍລິການ​ດ້ານ​ການ​ປິ່ນປົວ​ທີ່​ດີ​ແກ່​ຄົນ​ເຈັບ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>