ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງ​ສັດ​ເຂດ​ຕິ​ເບດນັບ​ມື້​ນັບ​ສູງ​ຂຶ້ນ

(GMT+08:00) 2008-07-07 19:56:20 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:​ໃນ​ຫຼາຍ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ລາຍ​ໄດ້​ຂອງ​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​ເຂດ​ຕິ​ເບ​ດ​​ໄດ້​ສູງຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຊີ​ວິດ​ການ​ເປັນ​ຢູ່​ທາງ​ຈິດ​​ໃຈ​ແລະ​ວັດທະນະທຳ​ໄດ້​ອຸດົມສົມບູນ​ຂຶ້ນ​,ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​ໄດ້​ນັບ​ມື້​ນັບ​ສູງ​ຂຶ້ນ.

ຂໍ້​ມູນ​ສະ​ຖິຕິ​ຂອງ​ພະ​ແນ​ກສະ​ຖິຕິ​ເຂດປົກ​ຄອງ​ຕົນ​ເອງ​ຕິ​ເບ​ດສະ​ແດງ​​ໃຫ້​ເຫັນ​ວ່າ,ປີ 2006,ຕົວ​ເລກ​ດັດຊະ​ນີ​​ເອນ​​ເກີ​ຄື​ມາດ​ຕາ​ສ່ວນ​ຂອງ​ລາຍ​ຈ່າຍ​ດ້ານ​ອາຫານ​ກວມລາຍ​ຈ່າຍ​ບໍລິ​​ໂພ​ກ​ທັງ​ໝົດ​ໃນ​ຊີວິດ​ການ​ເປັນ​ຢູ່​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຊົນນະບົດ​ໄດ້​ຕ່ຳລົງ 10,6% ​​ເມື່ອ​ທຽບ​ໃສ່​ປີ 2002,ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​​ໃຫ້​ເຫັນ​ວ່າ,​​ໂຄງ​ປະ​ກອບ​ບໍລິ​ໂພກ​ແລະ​ຄຸນ​ນະພາ​ບຊີ​ວິດ​ການ​​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​ໄດ້​ດີ​ຂຶ້ນ.ປີ 2007,ລາຍ​ໄດ້​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຊາວ​ກະສິກອນ​​ແລະ​ຊາວ​ລ້ຽງສັດ​ເຂດ​ຕິ​ເບ​ດ​ໄດ້​ເພີ່ມ​ຂຶ້ນ​​ເກືອບ 15% ​ເມື່ອ​ທຽບ​ໃສ່​ປີ​ກ່ອນ.

ພ້ອມ​ກັນ​ນັ້ນ,ຊີວິດ​ການ​ເປັນ​ຢູ່​ທາງ​ຈິດ​ໃຈ​ແລະ​ວັດທະ​ນະ​ທຳ​ຂອງ​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​ເຂດ​ຕິ​ເບ​ດກໍ່​ນັບ​ມື້​ນັບ​ອຸດົມ​ສົມ​ບູນ.ປະຈຸ​ບັນ,​ສັນຍານໂທລະພາບ​ແລະ​ວິທະຍຸ​ສາມາດສົ່ງ​ໄປຮອດປະຊາກອນ​ເກືອບ 90% ​ໃນ​ທົ່ວ​ເຂດ​ຕິ​ເບ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>