ໜັງສືພິມ"​​ປະຊາ​​ຊົນ​ລາຍ​ວັນ"ພິມ​ບົດ​ຄວາມ​​ຕ້ອນ​​ຮັບ​​ການ​ນັບ​ເວ​​ລາ​ຖອຍ​​ຫຼັງ 1 ​ເດືອນ​ຂອງ​ງານ​ກິ​​ລາ​ໂອ​ລິມ​​ປິກ​ປັກ​ກິ່ງ

(GMT+08:00) 2008-07-08 11:48:20 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ​CRI: ວັນ​ທີ 8 ກໍລະກົດ​​ແມ່ນ​ວັນນັບ​ເວລາ​ຖອຍຫຼັງ 1 ​ເດືອນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ໜັງສືພິມ"ປະຊາຊົນ​ລາຍ​ວັນ"ຂອງ​ຈີນ​ໄດ້​ພິມ​ບົດ​ຄວາມ​​ຂອງ​ທ່ານ​ເຢີ​ນຈົ້ງພິງ​ທີ່​ມີ​ຫົວ​ຂໍ້​ວ່າ"ປັກ​ກິ່ງ​ກອດ​ອຸ້ມໂລກ". ບົດ​ຄວາມ​ຊີ້​ອອກ​ວ່າ, ປັກ​ກິ່ງ​ພວມ​ແລ່ນ​ຕອນ​ສຸດ​ທ້າຍ​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີສີສັນ​ພິ​ເສດ​ແລະ​ມີ​ລະດັບ​ສູງ.

ບົດ​ຄວາມ​ຂຽນ​ວ່າ, ​ເຖິງ​ວ່າ​​ໃນ​ເວລາຫ່າງ​ຈາກ​ມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ເຫຼືອ 88 ມື້, ຈີນ​ໄດ້​ເກີດ​​ໄພ​ແຜ່ນດິນ​ໄຫວ​ອັນ​ຮ້າຍ​ແຮງ, ​ແຕ່​ແຜ່ນດິນ​ໄຫວ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ຕັດສິນ​ໃຈ​ອັນ​ເດັດດ່ຽວ​ໜຽວ​ແໜ້ນ​ທີ່​ຈັດ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ໃຫ້​ດີ​ຂອງ​ປະຊາຊົນ 1 ຕື້ 300 ລ້ານ​ຄົນ​ນັ້ນພັງ​ທະລາ​ຍ, ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ຄອງ​ຄອຍ​ທີ່​ບັນລຸ​ຄວາມ​​ໄຝ່ຝັນ​ຮ້ອຍ​ປີ​ຂອງ​ປະຊາ​ຊາດ​ຈີນ​ພັງ​ທະ​ລາຍ, ຈີນ​ໄດ້​ກຽມພ້ອມ​ແລ້ວ​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ສີສັນ​ພິ​ເສດ​ແລະ​ມີ​ລະດັບ​ສູງ​ຄັ້ງໜຶ່ງ, ​ເພື່ອ​ໃຫ້​ປະຊາ​ຄົມ​ໂລກ​ພໍ​ໃຈ, ​ໃຫ້​ນັກ​ກິລາຂອງ​ປະ​ເທດຕ່າງໆ​ພໍ​ໃຈ, ​​​ແລະໃຫ້​ປະຊາຊົນ​ຈີນ​ພໍ​ໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>