ການ​ຝຶກ​ຊ້ອມ​ຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ​ສູ້​ຮົບ​ພິ​ເສດ​ທະ​ຫານ​ບົກ​ຈີນ​ໄທຈະ​ຈັດ​ຂຶ້ນ​ຢູ່​ໄທ

(GMT+08:00) 2008-07-08 20:14:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊີ​ນ​ຮວາ:ວັນ​ທີ 8 ກໍລະກົດ​ນີ້,​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,ການ​ຝຶກ​ຊ້ອມ​ຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ​ສູ້​ຮົບ​ພິ​ເສດ​ທະ​ຫານ​ບົກຈີນ​ໄທ​ຈະ​ຈັດ​ຂຶ້ນ​ຢູ່​ໄທ​ນັບ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 31 ກໍລະກົດ​ນີ້.

ການ​ຝຶກ​ຊ້ອມ​ຮ່ວມ​ເທື່ອ​ນີ້​ມີ​ກອງສູ້​ຮົບ​ພິ​ເສດ​ທະ​ຫານ​ບົກ​ຂອງ​ຈີນ​ແລະ​ໄທ​​ເຂົ້າ​ຮ່ວມ.​ກາ​ນຝຶກ​ຊ້ອມ​ຮ່ວມ​ຖື​ການ​ຮັບ​ມື​ການ​ຂົ່ມຂູ່​ຈາກ​ລັດທິ​ການ​ກໍ່​ການ​ຮ້າຍ​ເປັນ​ເບື້ອງ​ຫຼັງ,​ແບ່ງ​ເປັນ 4 ຂັ້ນ​ຕອນຄື ການ​ຝຶກ​ຊ້ອມ​ພື້ນຖານ ການ​ຝຶກ​ຊ້ອມ​ເຕັກນິກ ການ​ຝຶກ​ຊ້ອມຍຸດທະ​ວິທີແລະ​ການ​ຝຶກ​ຊ້ອມ​ສັງ​ລວມ,ຈັດ​ວາງ​ກອງ​ທະຫານ​ແບບ​ປະສົມ​ແລະຮ່ວມ​ກັນ​ບັນຊາ​ການ.

ໃນ​ຫຼາຍ​ປີ​ມາ​ນີ້,ກອງທັບ​ຈີນ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິງ​ກັບ​ກອງທັບຕ່າງປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໄດ້​ຈັດການ​ຊ້ອມ​ຮົບ​ຮ່ວມ​ 25 ​ເທື່ອ​ແລະ​ການຝຶກ​ຊ້ອມຮ່ວມ​ເທິງ​ບົກ 2 ​ເທື່ອ​ກັບ​ກອງທັບ​ຂອງ 21 ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>