ລັດຖະມົນຕີການຕ່າງປະເທດກຳປູເຈຍຊົມເຊີຍວຽກງານກະກຽມງານກິລາໂອລິມປິກຂອງນະຄອນປັກກິ່ງ
(GMT+08:00) 2008-07-10 17:14:11 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິນຮວາ: ຫວ່າງມໍ່ໆນີ້ ໃນເວລາໃຫ້ສຳພາດຕໍ່ນັກຂ່າວ ທ່ານຮໍນາມຮົງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດກຳປູເຈຍຊີ້ອອກວ່າ,ຍ້ອນຄວາມພະຍາຍາມຮ່ວມຂອງປະຊາຊົນທົ່ວປະເທດຈີນ,ວຽກງານກະກຽມງານກິລາໂອລິມປິກປັກກິ່ງ2008ເຮັດໄດ້ດີທີ່ສຸດ,ເຮັດໃຫ້ຄົນທົ່ວໄປມີພາບປະທັບໃຈອັນເລິກເຊິ່ງ.ງານກິລາໂອລິມປິກຈັດຂຶ້ນຢູ່ປັກກິ່ງ,ບໍ່ພຽງແຕ່ແມ່ນຄວາມພາກພູມໃຈຂອງຈີນ,ຍັງເຮັດໃຫ້ປະເທດອື່ນໃນເຂດອາຊີຕາເວັນອອກຮູ້ສຶກພາກພູມໃຈນຳທີ່ສຸດ.
ທ່ານຮໍນາມຮົງກ່າວວ່າ,ເຖິງວ່າຢູ່ປະເທດແລະເຂດແຄວ້ນຈຳນວນໜຶ່ງໃນໂລກໄດ້ເກີດເຫດການລົບກວນການກະກຽມຂອງງານກິລາໂອລິມປິກປັກກິ່ງກໍ່ຕາມ,ແຕ່ລ້ວນແຕ່ບໍ່ໜ້າເວົ້າເຖິງເລີຍ. ບໍ່ຕ້ອງສົງໄສເລີຍວ່າ ງານກິລາໂອລິມປິກປັກກິ່ງໃກ້ຈະຈັດຂຶ້ນນັ້ນ ແມ່ນຜົນງານອັນໃຫຍ່ຫຼວງອີກຢ່າງໜຶ່ງຂອງປະຊາຊົນຈີນ.ທ່ານຍັງກ່າວວ່າ,ປະຊາຊົນກຳປູເຈຍດີໃຈຫຼາຍທີ່ໄດ້ເຫັນວ່າ,ການຈັດງານກິລາໂອລິມປິກຄັ້ງນີ້ ພໍດີເນື່ອງໃນເວລາທີ່ກຳປູເຈຍແລະຈີນສ້າງສາຍພົວພັນການທູດຄົບຮອບ50ປີ. ສົມເດັດໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍຈະສະເດັດໄປເຂົ້າຮ່ວມພິທີໄຂງານກິລາໂອລິມປິກ,ເພື່ອພ້ອມກັບປະຊາຊົນທົ່ວໂລກເບີກບານມ່ວນຊື່ນຮ່ວມກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ