ອິນ​ໂດ​ເນ​ເຊຍ​ຈະ​ສ້າງ​ກົດ​ໝາຍ​ບັງ​ຄັບ​ໃຫ້​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ​ຊີ​ວະ​ພາບ

(GMT+08:00) 2008-07-11 11:00:05 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ໜັງສືພິມ​ຈາ​ກາຕາ ພົສ ຂອງ​ອິນ​ໂດ​ເນ​ເຊຍ​ສະບັບວັນ​ທີ 10 ກໍລະກົດ​ນີ້​ແຈ້ງ​ຂ່າວ​ວ່າ, ລັດຖະບານ​ອິນ​ໂດເນ​ເຊຍຈະ​ປະຕິບັດ​ມະຕິ​ກົດໝາຍ​ສະບັບ​ໜຶ່ງ​ໃນ​ເດືອນ​ຕຸລາ​ປີ​ນີ້, ຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດຜະລິດນຳ​ໃຊ້​ວັດຖຸ​ເຊື້ອ​ໄຟ​ຊີວະ​ພາຍ​ໃນ​ການ​ສິນ​ເປືອງ​ພະລັງງານ​ໃຫ້​ບັນລຸ​ຢ່າງ​ໜ້ອຍ 2,5%, ​ເພື່ອຫຼຸດຜ່ອນ​ການ​ອາ​ໄສ​ພະລັງງານ​ເຄມີ​ນ້ຳມັນ​ເຊື້ອ​ໄຟ.

ຫວ່າງ​ມໍ່ໆ​ນີ້, ທ່ານ​ອັນ ຮີ​ລາ ຮາມ​ດີ ຜູ້​ຮັບ​ຜິດ​ຊອບ​ໜ່ວຍ​ງານ​ພັດທະນາ​ວັດຖຸ​ເຊື້ອ​ໄຟ​ຊີ​ວະ​ພາບ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ແຈ້ງ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ກອງ​ປະຊຸມ​ຟັງ​ຄຳ​ໃຫ້​ການ​ຂອງ​ລັດຖະ​ສະພາ. ຕາມ​ແຜນ​ການ, ມະຕິ​ກົດໝາຍ​ສະບັບ​ນີ້​ຈະ​ປະ​ຕິ​ບັດ​ຢູ່​ເກາະ​ຈາ​ວາ​ແລະ​ເກາະ​ຊູ​ມາ​ຕຣາທີ່​ມີ​ປະ​ຊາ​ກອນ​ຫຼາຍ​ແລະ​ມີ​ອຸດສາ​ຫະກຳ​ການ​ຄ້າ​ເຕົ້າ​ໂຮມກັນ​ຢູ່​ຫຼາຍກວ່າ​ບ່ອນອື່ນ, ​ແລ້ວ​ຈຶ່ງ​ຈະ​ປະຕິບັດ​ໄປ​ໃນ​ທົ່ວ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>