ຈີນ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ສານ​ກະ​ຕຸ້ນ​ປະ​ສາດ

(GMT+08:00) 2008-07-11 17:26:34 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ໜັງສືພິມ​ປະຊາຊົນ​ລາຍ​ວັນ: ຫວ່າງ​ມໍ່ໆ​ນີ້ 8ພາກສ່ວນ​ເຊັ່ນ​ກົມ​ຄຸ້ມ​ຄອງ​ອາຫານ​ແລະ​ຢາ​ແຫ່ງ​ລັດ​ຈີນ ຄະນະ​ກຳມະການ​ຈັດຕັ້ງງານ​ກິລ​າ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮ່ວມ​ກັນຖະ​ແຫຼ​ງວ່າ,ຈະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ສານ​ກະ​ຕຸ້ນ​ເສັ້ນປະສາດ.

ຖະ​ແຫຼ​ງການ​ກຳນົດ​ວ່າ,​ຈະຫ້າມ​ນັກ​ກິລາ ຄູ​ເຝິກ​ເອົາ​ສານ​ກະ​ຕຸ້ນ​ເສັ້ນປະສາດ​ເຂົ້າຈີນຢ່າງ​​ເດັດຂາດ; ​ຫ້າມ​ໃຊ້​ອິນ​ເຕີ​ເນັດ​ຈຳໜ່າຍ​ສານ​ກະ​ຕຸ້ນ​ເສັ້ນປະສາດ​ຢ່າງ​ຜິດ​ກົດໝາຍ​ແລະ​ໂຄສະນາ​ຂາຍສານ​ກະ​ຕຸ້ນ​ເສັ້ນປະສາດ​ຢ່າງ​ເຄັ່ງ​ຄັດ; ຫ້າມຕື່ມ​​ໃສ່ສານ​ກະ​ຕຸ້ນໃນ​ອາຫານ​ແລະ​​ເຄື່ອງ​ຮັກສາ​ສຸຂະພາບ.ສຳລັບຜູ່​ທີ່​ຜະລິດ ຈຳໜ່າຍ​ແລະ​ຊື້​ເຂົ້າສົ່ງ​ອອກສານ​ກະ​ຕຸ້ນຢ່າງ​ລະ​ເມີດລະບຽບ​ກົດໝາຍ,ຕ້ອງ​ສືບສວນ​ຕາມ​ກົດໝາຍ​ຢ່າງ​ເຄັ່ງ​ຄັດ,ຍຶດ​ໃບ​ອະນຸມັດ​ການ​ຜະລິດ​ຫຼື​ໃບດຳ​ເນີນ​ທຸລະ​ກິດ,ຖ້າວ່າ​ມີ​ຄວາມ​ຜິດ,ຕ້ອງດຳ​ເນີນ​ຄະດີ​ຕາມ​ກົດໝາຍອາຍາ.

ຖະ​ແຫຼ​ງການ​ຍັງ​ກຳນົດ​ວ່າ,ບຸກຄົນ​ທີ່ເອົາຫຼື​ຝາກ​ສານ​ກະ​ຕຸ້ນ​ເສັ້ນປະສາດ​ທີ່ຢູ່​ໃນ​ຂອບ​ນຳ​ໃຊ້​ຢ່າງ​ເໝາະ​ສົມ​ເຂົ້າ​ແລະ​ອອກ​ຈີນ​ຍ້ອນ​ຄວາມ​ຕ້ອງການ​ປິ່ນປົວ,ດ່ານ​ພາສີ​ຈະ​ອີງ​ຕາມ​ຂໍ້​ກຳນົດ​ການ​ຄຸ້ມ​ຄອງ​ໃບ​ສັ່ງ​ຢາ​ທີ່​ກ່ຽວຂ້ອງ​ຂອງ​ພາກສ່ວນ​ສາທາລະນະ​ສຸກ,ກວດກາ​​ແລະ​ອະນຸມັດ​ຕາມ​ໃບສັ່ງ​ຢາ​ຂອງ​ອົງການ​ປິ່ນປົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>