ປັກ​ກິ່ງ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ງານ​ໂອ​ລິມ​ປິກ​ອັນ​ເຂັ້ມ​ຂຸ້ນ

(GMT+08:00) 2008-07-12 17:11:26 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ດວກ​ໄມ້​ນາໆ​ສີ,ປ້າຍຄຳ​ຂວັນ​ທີ່​ມີ​ຄວາມ​ກະຕືລື​ລົ້ນ,ບ່ອນ​ບໍລິການ​ຂອງ​ອາສາ​ສະໝັກ​ທີ່​ມີ​ຢູ່​ທົ່ວ​​ເທດສະບານ​ເມືອງ, ຄຽງ​ຄູ່​ກັບ​ມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ນັບ​ມື້​ນັບ​ຫຍັບ​ມໍ່​ເຂົ້າ,ຖະໜົນ​ຫົນທາງ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ງານ​ໂອ​ລິ​ມປິກ​ອັນ​ເຂັ້ມ​ຂຸ້ນ.

ເພິ່ນ​ກຳລັງ ​ວາງ​ແທ່ນ​ດອກ​ໄມ້​ຢູ່​ສະໜາມ​ຫຼວງ​ທຽນ​ອ່ານ​ເມີນ,ຕາມ​ຄາດ​ຄະ​ເນ​ວ່າ​ຈະ​ວາງ​ດອກ​ໄມ້1​ລ້ານ​ໂຖ​ປະກອບ​ເປັນ​ຮູບ​ກາ​ໝາຍ​ງານ​ກິລາ​ໂອລິ​ມປິກຄື​ກາ​ປະ​ທັບ​ຈີນ,ປັກ​ກິ່ງ​ທີ່​ກຳລັງ​ຟ້ອນ​ຢູ່. ​ແທ່ນ​ດອກ​ໄມ້​ຈະ​ ​ວາງ​ຢູ່​ສະໜາມ​ຫຼວງ​ 3​ເດືອນ​ປາຍ.​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ,ຢູ່​ສະໜາມ​ຫຼວງ​ທຽນ​ອ່ານ​ເມີນ​ແລະ​ແຄມ​ຖະໜົນ​ສາຍ​ຫຼັກ​ຂອງ​ປັກ​ກິ່ງ​ຈະ​ວາງ​ດອກ​ໄມ້15​ລ້ານ​ໂຖ.

ຫວ່າງ​ມໍ່ໆ​ນີ້,​ບ່ອນ​ບໍ​ລິ​ການ​ຕ່າງໆ​ໄດ້​ປະກົດ​ຕົວຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ຂອງ​ປັກ​ກິ່ງ,ນັບ​ລວມ​ແລ້ວ​ຈະ​ມີ​ອາສາ​ສະ​ໝັກ​4​ແສນ​ຄົນ​ບໍ​ລິ​ການ​ ນັກ​ທ່ອງ​ທ່ຽວ​ ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ປັກ​ກິ່ງ,​ບໍ່​ວ່າ​ຈະ​​ແມ່ນ​ບັນຫາ ​ງານ​ກິລາ​ໂອ​ລິ​ມປິກ​ຫຼື​ບັນຫາ​ສ່ວນ​ຕົວ​ຄື​ຫ້ອງ​ນ້ຳ​ຢູ່​ໃສ? ອາສາ​ສະໝັກ​ເຫຼົ່າ​ນີ້​ລ້ວນ​ແຕ່​ຍິນ​ດີ​ໃຫ້​ຄຳ​ຕອບ​ໝົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>