ທ່ານ​ສີ​ຈິ້ນ​ພິງ​ກ່າວ​ເນັ້ນ​ວ່າ​ສ້າງ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ທີ່​ສະດວກ​ລຸ​ລ່ວງ​ດີ​ເພື່ອ​ງານ​ກິລາ​ໂອ​ລິມ​ປິກ ສ້າງ​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ອົບ​ອຸ່ນ​ແລະ​ສະ​ບາຍ​ໃຈ

(GMT+08:00) 2008-07-13 16:34:12 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ວັນ​ທີ12​ກໍລະກົດ​ນີ້,ທ່ານ​ສີ​ຈິ້ນ​ພິງ ກຳມະການ​ປະຈຳການ​ກົມ​ການ​ເມືອງ​ສູນ​ກາງພັກ​ກອມ​ມູນິດ​ຈີນ ຮອງ​ປະທານ​ປະ​ເທດ​ຈີນ​ຊີ້​ອອກ​ວ່າ,ຄວນ​ທຸ້ມ​ເທ​ຄວາມ​ຫ້າວຫັນ​ຫຼາຍ​ທີ່​ສຸດ​ແລະ​ທຳ​ຄວາມ​ພະຍາຍາມ ​ສຸດ​ຂີດ​ເພື່ອ​ຮັບປະກັນ​ການ​ບໍລິການ​​ເຂົ້າ​ອອກສະໜາມ​ບິນ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ສະດວກ​ວ່ອງ​​ໄວ,ຮັບປະກັນ​ການ​ບໍລິການ​ທຸກ​ດ້ານ​​ໃນ​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ຄວາມ​ອົບ​ອຸ່ນ​ແລະ​ຄວາມສະບາຍ​ອົກ​ສະ​ບາຍ​ໃຈ.

ໃນ​ເວລາກວດກາ​ວຽກ​ຮັບປະກັນ​ການ​ບໍລິການ​ງານ​ກິລາ​ໂອ​ລິ​ມປິກ​ຢູ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ສີ​ຈິ້ນ​ພິງ​ກ່າວ​ເນັ້ນ​ວ່າ,ຕ້ອງ​ເລີ່​ມຈາກ​ສະພາບ​ຕົວ​ຈິງ​ຂອງ​ການ​ແຂ່ງຂັນ,ຝຶກ​ແອບ​ຢ່າງ​​ຕັ້ງ​ໃຈ ​ເຮັດວຽກ​ຮັບປະກັນ​ການ​ບໍລິການ​ທຸກ​ດ້ານ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃຫ້​ດີ​ດ້ວຍຄວາມ​ຫ້າວຫັນ​ທີ່​ສຸດ​ແລະ​ ​ຕາມ​ມາດຕະຖານ​ ​ສູງ​ສຸດ.

ທ່ານ​ສີ​ຈິ້ນ​ພິງ​ກ່າວ​ວ່າ,ຄວນ​ສ້າງ​ທັດສະນະ​ຄະຕິ​ທີ່​ຖື​ຄົນ​ເປັນ​ກົກ​ແລະ​ໂອ​ລິ​ມປິກ​ວັດ​ທະ​ນະ​ທຳ,​ລົງ​ເລິກ​ຊອກ​ຮູ້​ຄວາ​ມຮຽກ​ຮ້ອງ​ຕ້ອງ​ການ​ລະ​ອຽດ​ຂອງ​ນັກ​ກິລາ​ແລະ​ແຂກ​ປະ​ເທດ​ຕ່າງໆ,​ເຄົາ​ລົບ​ຢ່າງ​​ເຕັມ​ສ່ວນ​ຕໍ່​ວັດ​ທະ​ນະ​ທຳ ຮີດ​ຄອງ​ປະ​ເພນີ ຄວາມ​​ເຊື່ອ​ຖື ​ສາ​ສະ​ໜາ​ແລະ​​ເອກ​ກະ​ລັກ​ສະ​ເພາະ​ຕົວ​ຂອງ​ເຂົາ​ເຈົ້າ,​ສະ​ໜອງ​ການ​ບໍ​ລິ​ການ​ຢ່າງ​ມີ​ເປົ້າ​ໝາຍ​ແລະ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ແລະ​ອົບ​ອຸ່ນ​ສະ​ບາຍ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>