ລົດ​ຍົນ​ອິນ​ໂດ​ເນ​ເຊຍ​ເລັ່ງ​ລັດ​ປະ​ຕິ​ບັດ​ແຜນ​ການ​ເອົາ​ອາຍ​ແກັສ​ທຳ​ມະ​ຊາດ​ເຂົ້າ​ແທນ​ນ້ຳ​ມັນ​ແອັດ​ຊັງ​

(GMT+08:00) 2008-07-13 17:50:39 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 12 ກໍລະກົດ​ນີ້, ທ່ານ​ຈູ​ຊຸຟ  ກາ​ຣາ  ຮອງ​ປະທານາທິບໍດີອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ລັດຖະບານ​ເລັ່ງລັດ ປະຕິບັດ​ແຜນການ​ເອົາ​ອາຍ​ແກັສທຳ​ມະ​ຊາດ​ເຂົ້າ​ແທນນ້ຳມັນ​​ແອັດ​ຊັງ​.


ມື້​ດຽວ​ກັນ,​ໃນ​ພິທີ​ເລີ່​ມ​ນຳ​ໃຊ້​ປ້ຳ​ອາຍ​ແກັສແຫ່ງ​ທຳ​ອິດ​ຂອງ​ອິນ​ໂດ​ເນ​ເຊຍ, ທ່ານ​ກາຣາກ່າວ​ວ່າ, ການເລັ່ງລັດປະຕິບັດ​ແຜນການ​ເອົາ​ອາຍ​ແກັສທຳ​ມະ​ຊາດ​ເຂົ້າ​ແທນ​ນ້ຳມັນ​​ແອັດ​ຊັງ​​​ມີ​ຄວາມ​ສຳຄັນ​ທີ່​ສຸດ,​ເພາະວ່າ​ນຳ​ໃຊ້​ອາຍ​ແກັສທຳ​ມະ​ຊາດ​ບໍ່ພຽງ​ແຕ່​ມີ​ຈຸດ​ດີ​ເດັ່ນ​ຕ່າງໆ​ເຊັ່ນ ​ເລາຄາ​ຖື​ກ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນຕົ້ນ​ເທົ່າ​ນັ້ນ,ຍັງ​ສາມາດ​ຫຼຸດ​ຄວາມ​ຕ້ອງການ​ຂອງ​ນ້ຳມັນ​ເຊື້ອ​ໄຟ​ໃຫ້​ຫນ້ອຍ​ລົງ

ລັດຖະບານ​ອິນ​ໂດ​ເນ​ເຊຍ​​ໄດ້​ຮຽກ​ຮ້ອງ​​ໃຫ້​ອົງການ​ປົກຄອງ​ທຸກຕ່າງໆ​ປະຕິບັດ​ແຜນການ​ອາຍ​ແກັສທຳ​ມະ​ຊາດ​ເຂົ້າ​ແທນ​ນ້ຳມັນ​ແອັດ​ຊັງ​ຕໍ່​ລົດ​ເມ ລົດຕັກຊີ​ແລະ​ລົດ​ສາມ​ລໍ້ທີ່​ແລ່​ນດ້ວຍ​ກົນ​ຈັກ​ໃນ​​ເຂດບໍລິ​ເວນ​ຂອງຕົນ​ເອງ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>