ຂ່າວ​ສານ​ຣັດ​ເຊຍ​ກ່າວ​ວ່າ​ຄວາມ​ຈິງ​ໃຈ​ແລະ​ນອກ​ຕົວ​ຄວນ​ແມ່ນ​ຫຼັກ​ມາດ​ຖານ​ຂອງ​ການ​ລາຍ​ງານ​ຂ່າວ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-07-13 19:24:46 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ວັນ​ທີ11​ກໍລະກົດ​ນີ້,ຂ່າວສານໂນ​ໂວສ​ຕີ​ຣັດ​ເຊຍ​ໄດ້​ປະ​ກາດ​ບົດ​ຄວາມ​ຂອງ​ທ່ານ​ອາ​ເລັກ​ໄຊ ອີ​ຟີ​ມົຟ ບັນນາ​ທິການ​ໃຫຍ່​ຂອງ​ຂ່າວ​ສານ​ດັ່ງກ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ​"ງານ​ກິລາ​ໂອ​ລິມ​ປັກ​ກິ່ງ​ກັບ​ສື່​ຕ່າງປະ​ເທດ---​ເຈດ​ຕະນາ​ດີ​ຫຼື​ຂໍ້​ຂັດ​ແຍ່ງ",ບົດ​ຄວາມ​ຮຽກ​ຮ້ອງ​ໃຫ້​ນັກ​ຂ່າວ​ຕ່າງ​ປະ​ເທດ​ທີ່​ໄປ​ເອົາ​ຂ່າວ​ຢູ່​ຈີນ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ຄວນ​​ເອົາ​ໃຈ​ໃສ່​ນຳ​ຄວາມ​ກ້າວ​ໜ້າ​ແລະ​ການ​ປ່ຽນ​​ແປງ​ຂອງ​ຈີນ,ປະຕິບັດ​ຕາມ​ຫຼັກການ​ຈັນ​ຍາ​ບັນ​ທີ່​ມີ​ເຈດ​ຕະນາ​ດີ ,ຈິງ​ໃຈ​ແລະນອກ​ຕົວ​ເພື່ອ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ຈີນ.

ບົດ​ຄວາມ​ຂຽນ​ວ່າ,​ເວົ້າ​ສຳລັບ​ນັກ​ຂ່າວ,ຈີນ​ບໍ່​ເຄີຍ​ເປີດ​ປະຕູ​ກວ້າງ​ຄື​ໃນ​ປັດຈຸບັນ.ການ​ເປີດ​ປະຕູ​ຂອງ​ຈີນ​ແລະ​ຄວາມ​ເສລີ​ໃນ​ການ​ ລາຍ​ງານ​ຂ່າວ​ຂອງ​ນັກ​ຂ່າວຢ່າງ​ໜ້ອຍ​ແມ່ນ​ເຫັນ​ໄດ້​ງ່າຍ​ແລະ​​ເດັ່ນ​ຊັດ​ໃນ​ໄລຍະ​ແຜ່ນ​ດິນ​ໄຫວ​ແຂວງ​ເສ​ສວນ.​ບົດ​ຄວາມ​ຮຽກ​ຮ້ອງ​ໃຫ້​ນັກ​ຂ່າວ​ທັງ​ຫຼາຍ​ຢ່າ​ເບິ່ງ​ຈີນ​ໂດຍຜ້າ​ບັງຕາ,​ເບິ່ງ​ແຕ່​ບັນ​ຫາ,​ເວົ້າ​ແຕ່​ຂໍ້​ຂັດ​ແຍ່ງ​ແລະ​ຄວາມ​ຫຍຸ້ງຍາກ​ນັ້ນ​ຈະ​ບໍ່​ມີ​ທາງ​ອອກ.

ບົດ​ຄວາມ​ເຫັນ​ວ່າ,ທີ່​ຈິງ​ແລ້ວ,ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ໂອ​ກາດ​ ໜຶ່ງ​ສຳລັບ​ນັກ​ຂ່າວ​ຫຼາຍ​ຄົນ​ພົ້ນ​ຈາກ​ຄວາມ​ເຫັນ​​ເກົ່າ​ທີ່​ມີ​ຕໍ່​ຈີນ​ແລະ​ຊອກ​ຮູ້​ເລື່ອງ​ໃໝ່​ຂອງ​ຈີນ​ແລະ​ເອົາ​ຊະນະ​ຄວາມ​ເຫັນ​ອະຄະຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>