ວຽກ​ງານ​ກະ​ກຽມ​ຕ່າງໆ​ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສຳ​ເລັດ​ໃນ​ຂັ້ນ​ພື້ນ​ຖານ

(GMT+08:00) 2008-07-14 10:31:47 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:​ເມື່ອ​ໄດ້​​ເຮັດ​ວຽກ​ຕົວ​ຈິງ​ແລະຢ່າງ​ຫົວ​ຄິດ​ປະດິດ​ສ້າງ 7 ປີ, ວຽກ​ງານ​ກະກຽມ​ຕ່າງໆ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສຳ​ເລັດ​ລົງໃນ​ຂັ້ນພື້ນຖານ​.

ຂ່າວ​ແຈ້ງວ່າ, ​ແຕ່​ປີ 2001 ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສຳ​ເລັດ​ຜົນ​ມາ​ນີ້, ປັກ​ກິ່ງ​ໄດ້​ລົງທຶນ 140 ຕື້​ຢວນ​ເຂົ້າ​ໃນການ​ອະນຸລັກ​ສິ່ງ​ແວດ​ລ້ອມ. ອາກາດ​ຊັ້ນ 2 ​ແລະ​ດີກ​ວ່າ​ຊັ້ນ 2 ​​ໄດ້​ຈາກ 100 ມື້​ຂອງ​ປີ 1998 ​ເພີ່ມ​ຂຶ້ນ​ຮອດ 246 ມື້ຂອງ​ປີ 2007. ຕົວ​ເລກ​ດັດ​ຊະນີ​ 7 ລາຍຂອງ​ການ​ສ້າງຕົ້ນ​ໄມ້ຕົ້ນຫຍ້າທີ່​ປັກ​ກິ່ງ​ຮັບປາກ​ໃນ​ເວລາ​ຮ້ອງ​ຂໍ​ຈັດ​ງານ​ນັ້ນ​ໄດ້​ສຳ​ເລັດ​ໝົດ​ແລ້ວ.

ໃນ​ດ້ານ​ກໍ່ສ້າງ​ສະໜາມກິລາ, ​ໄດ້ສ້າງສະໜາມກິລາ​ໂອ​ລິ​ມປິກ​ແຫ່ງ​ໃໝ່ 12 ​ແຫ່ງ​ເຊັ່ນ"ຮັງ​ນົກ", ​ແລະ"ກ້ອນ​ນ້ຳ 4 ຫຼ່ຽມ"​ເປັນຕົ້ນ, ສ້ອມ​ແປງ​ແລະ​ຂະຫຍາຍ​ສ້າງ 11 ​ແຫ່ງ, ສະໜາມກິລາ​ຊົ່ວ​ຄາວ 8 ​ແຫ່ງ. ການ​ສ້າ​ງຄົມມະນາຄົມ​ສາທາລະນະ​ເຊັ່ນ​ລົດ​ໄຟ​ໃຕ້​ດິນ​ເປັນຕົ້ນກໍ່​ໄດ້​ຮັບ​ຜົນ​ເດັ່ນ​ຊັດ.

ປັດ​ຈຸ​ບັນ, ຄະນະ​ກຳມະການ​ໂອ​ລິ​ມປິກ​ 205 ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ຂຶ້ນ​ກັບ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ລ້ວນ​ແຕ່​ກ່າວ​ວ່າ, ຈະ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ນີ້​ໝາຍ​ຄວາມ​ວ່າ, ງານກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ກາຍ​ເປັນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າຮ່ວມຫຼາຍກວ່າ​ໝູ່​ໃນ​ປະຫວັດສາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>