ໄລ​ຍະ​ງານ​ກິ​ລາ​ໂອ​ລິມ​ປິກ,​ປັກ​ກິ່ງ​ຈະ​ປັບ​ໂມງ​ເຂົ້າ​ການ

(GMT+08:00) 2008-07-14 16:27:27 cri
-----------------------------------------------------------------------------------------------------------------
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ, ​ຫວ່າງ​ມໍ່ໆ​ນີ້ ອົງການ​ປົກຄອງ​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ອອກ​ແຈ້ງ​ການ​,ຕົກລົງ​ວ່າ,​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄື​ແຕ່​ວັນ​ທີ20​ກໍລະກົດ​ຫາ​ວັນ​ທີ20​ກັນ​ຍາ​ປີ້​ນີ້,​ໃຫ້​ໜ່ວຍ​ງານ​ຕ່າງໆ​ຂອງ​ນະ​ຄອນ​ປັກ​ກິ່ງ​ສັບ​ຊ້ອນ​ໂມ​ງ​ເຂົ້າ​ການ​​ແລະ​ເລີກ​ການ​ໃຫ້​ຕ່າງ​ກັນ.

ຕາມ​ແຈ້ງ​ການ,​ແຕ່​ວັນ​ທີ20​ກໍລະກົດ​ຫາ​ວັນ​ທີ20​ກັນຍາ​ປີ​ນີ້,​ເວັ້ນ​ເສຍ​ແຕ່​ວິ​ສາ​ຫິ​ກິດ,​ຫົວ​ໜ່ວຍ​ວິຊາ​ການແລະ​ອົງການ​ຈັດ​ຕັ້ງ​ສັງຄົມ​ທີ່​ຮັບ​ຜິດ​ຊອບຮັບປະກັນວຽກ​ງານ​ເທດສະບານແລະ​ການ​ບໍ​ລິ​ການ​ແລ້ວ,ວິ​ສາ​ຫະກິດ​ອື່ນໆ​ຂອງ​ນະຄອນ​ປັກ​ກິ່ງ​ໃຫ້ສັບ​ຊ້ອນ​ເວລາ​ເຂົ້າ​ການ​ເປັນ​ເວ​ລາ​9​ໂມງ,​ແລະ​ເລີກ​ 17​ໂມງ,ຮ້ານ​ຄ້າ​ໃຫຍ່​ເປີດ​ທຸລະ​ກິດ​ແຕ່10​ໂມງ​,ສ່ວນຕອນ​ຄ່ຳ​ໃຫ້ແກ່ຍາວ​ເວລາ​ທຸລະ​ກິດ​ຢ່າງ​ເໝາະ​ສົມ,​ເວັ້ນ​ເສຍ​ແຕ່​ໂຮງ​ຮຽນ​ແລ້ວ,​ຫົວ​ໜ່ວຍ​ວິຊາ​ການແລະ​ອົງ​ການ​ຈັດ​ຕັ້ງ​ສັງຄົມ​ອື່ນໆ​ຂອງ​ນະຄອນ​ປັກ​ກິ່ງ​ໃຫ້​ສັບ​ຊ້ອນ​ເວລາ​ເຂົ້າ​ການ​ເປັນ​9​ໂມງ​ເຄິ່ງ,​ແລະ​ເລີກ17​ໂມງ​ເຄິ່ງ.ພ້ອມ​ກັນ​ນັ້ນ,ກໍ່ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ແລະ​ຫົວໜ່ວຍວິຊາ​ການ​ທີ່​ເໝາະ​ແກ່​ການ​ເຮັດ​ວຽກ​ດ້ວຍ​ອິນ​ເຕີ​ເນັດ​ນັ້ນ​ທົດ​ລອງ​ປະຕິບັດ​ການ​ເຮັດ​ວຽກ​ຜ່ານ​ທາງ​ອິນ​ເຕີ​ເນັດ.

ຕາມ​ແຈ້ງ​ການ,​ພາກ​ສ່ວນ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ​ຂອງ​ນະ​ຄອນ​ປັກ​ກິ່ງ​ແມ່ນ​ເຮັດ​ວຽກ​ຕາມ​ໂມງ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>