ພັກຝ່າຍຄ້ານຂອງມາເລເຊຍສະເໜີຍັດຕິບໍ່ໄວ້ວາງໃຈຕໍ່ນາຍົກຖືກໂຕ້ຕອບຄືນ
(GMT+08:00) 2008-07-14 18:23:23 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຈີນ: ວັນທີ14ກໍລະກົດນີ້ ທ່ານຫວ່າງ ອາຊິຊາ ຫົວໜ້າພັກຝ່າຍຄ້ານຂອງລັດຖະສະພາມາເລເຊຍສະເໜີຍັດຕິບໍ່ໄວ້ວາງໃຈຕໍ່ທ່ານບາດາວີ ນາຍົກລັດຖະມົນຕີ,ແຕ່ຖືກປະທານສະພາໂຕ້ຕອບຄືນ.
ກ່ອນໜ້ານີ້ ພັກຝ່າຍຄ້ານເຄີຍຮຽກຮ້ອງໃຫ້ຜູ່ສະໜັບສະໜູນໄປຊຸມນຸມຢູ່ຕຶກອາຄານລັດຖະສະພາໃນວັນທີ14ກໍລະກົດນີ້,ແຕ່ເລີ່ມແຕ່ວັນທີ13ເປັນຕົ້ນມາ ຝ່າຍຕຳຫຼວດກໍ່ໄດ້ຕັ້ງສິ່ງກີດຂວາງເພື່ອສະກັດກັ້ນ.
ລັດຖະມົນຕີວ່າການກະຊວງພາຍໃນມາເລເຊຍຂໍອະໄພຕໍ່ການຕັ້ງສິ່ງກີດຂວາງທີ່ໄດ້ສ້າງຄວາມບໍ່ສະດວກໃຫ້ແກ່ປະຊາຊົນໃນການອອກເດີນທາງ.ແຕ່ທ່ານກ່າວເນັ້ນວ່າ,ການກະທຳດັ່ງກ່າວແມ່ນເພື່ອປົກປັກຮັກສາຄວາມປອດໄພທາງສາທາລະນະ.
ໃນການເລືອກຕັ້ງທົ່ວໄປປີນີ້ ແນວໂຮງແຫ່ງຊາດສະຫະພັນກຳອຳນາດມາເລເຊຍໄດ້ປະສົບຄວາມປະລາໄຊທີ່ບໍ່ເຄີຍມີມາກ່ອນ,ບໍ່ພຽງແຕ່ເສຍທ່າແຮງ2ສ່ວນ3ໃນລັດຖະສະພາທໍ່ນັ້ນ,ຍັງເສຍສິດກຳອຳນາດຢູ່5ລັດ.ຫຼັງຈາກການເລືອກຕັ້ງທົ່ວໄປແລ້ວ,ພັກຝ່າຍຄ້ານກ່າວຫຼາຍເທື່ອວ່າຈະຍາດເອົາສິດກຳອຳນາດຂອງລັດຖະບານສູນກາງໃນວັນທີ16ກັນຍາປີນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ