ໃນ5​ເດືອນ​ທຳ​ອິດ​ປີ​ນີ້ ຄວາມ​ໄວ​ການ​ເຕີບ​ໂຕ​ຂອງ​ການ​ຄ້າ​ລະ​ຫວ່າງ​ເຂດ​ກວາງ​ຊີ​ຈີນ​ກັບ​ອາ​ຊຽນຢູ່​ອັນ​ດັບ1​ໃນ​ທົ່ວ​ປະ​ເທດ​ຈີນ

(GMT+08:00) 2008-07-14 18:29:50 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ຈາກ​ກະຊວງ​ການ​ຄ້າ​ຈີນ: ຕາມ​ສະຖິຕິ​ຂອງ​ດ່ານ​ພາສີ​ຈີນ, ໃນ5​ເດືອນ​ທຳ​ອິດ​ປີ​ນີ້ ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ລະຫວ່າງ​ເຂດ​ກວາງຊີ​ຈີນ​ກັບ​ອາ​ຊຽນບັນລຸ1ຕື້910ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້ 110%; ​ໃນ​ນັ້ນ ​ຂາ​ເຂົ້າຈາກ​ອາ​ຊຽນມີ660ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ52%; ຂາ​ອອກ​ໃຫ້ອາ​ຊຽນມີ1ຕື້250ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ160%,ຄວາມ​ໄວ​ການ​ເຕີບ​ໂຕຂອງ​ຂາ​ເຂົ້າຂາ​ອອກ​ລ້ວນ​ແຕ່​ສ້າງ​ສະຖິຕິ​ສູງ​ເທື່ອ​ໃໝ່,ຢູ່​ອັນ​ດັບ1​ໃນ​ທົ່ວ​ປະ​ເທດຈີນ.

ອາ​ຊຽນ​ແມ່ນ​ຄູ່​ກາ​ນຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວາງຊີ​ຈີນ,​ໃນ​ຫຼາຍ​ປີ​ມາ​ນີ້ ການ​ຄ້າ​ສອງ​ຝ່າຍ​ໄດ້​ຮັກສາ​ທ່າ​ອຽງ​ພັດທະນາ​ຢ່າງ​ວ່ອງ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>